(vovworld) – ວັນທີ 14/7, ຢູ່ວຽງຈັນຄະນະຜູ້ແທນຂັ້ນສູງແຂວງ ກວາງຫງ້າຍ ໂດຍທ່ານ Pham Minh Toan, ປະທານຄະນະກຳມະການປະຊາຊົນແຂວງ ນຳໜ້າ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ທ່ານ Pham Minh Toan ໃຫ້ຮູ້ວ່າ ໃນການປະຕິບັດງານຢູ່ລາວ ຄັ້ງນີ້, ແຂວງກວາງຫງ້າຍ ສືບຕໍ່ລົງນາມໃນໂຄງການຮ່ວມມືໃໝ່ຫຼາຍສະບັບກັບບັນດາແຂວງຄື ອັດຕະປື ແລະ ຈຳປະສັກ. ແຂວງກວາງຫງ້າຍ ຈະຊ່ວຍບັນດາແຂວງພາກໃຕ້ຂອງລາວ ບຳລຸງສ້າງນັກສຶກສາຂັ້ນມະຫາວິທະຍາໄລແຕ່ 20 – 30 ຄົນ ເລີ່ມແຕ່ສົກຮຽນ 2013 – 2014; ຊ່ວຍລາວ ກໍ່ສ້າງບາງກິດຈະກຳເນື່ອງໃນໂອກາດສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012, ສືບຕໍ່ຮ່ວມມືກັບບັນດາແຂວງທາງພາກໃຕ້ຂອງລາວ ໃນບັນດາຂົງເຂດກະສິກຳ, ມອບໂອນເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ອຸດສາຫະກຳປຸງແຕ່ງ, ໃນໂອກາດນີ້, ຄະນະປະຕິບັດງານແຂວງກວາງຫງ້າຍ ໄດ້ມອບໃຫ້ແຂວງ ຈຳປະສັກຈຳນວນເງິນ 1 ຕື້ດົງ ເພື່ອໜູນຊ່ວຍກໍ່ສ້າງໂຮງຮຽນການທະຫານ ແລະ ອຸປະກອນພາຍໃນຫ້ອງການຈຳນວນໜຶ່ງ.