(vovworld) - ຕອນບ່າຍວັນທີ 08/12, ຢູ່ຮ່າໂນ້ຍ, ທ່ານປະທານສະມາຄົມຫວຽດນາມ - ອາເມລິກາ ຫງວຽນເຕີນຈ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນລວມມີສະມາຊິກ 8 ຄົນ ຂຶ້ນກັບ “ລາຍການພົບປະແລກປ່ຽນ 2 ຝ່າຍ” (Two Side Projec – 2 SP). ນີ້ແມ່ນບັນດາສະມາຊິກຂອງສະມາຄົມໜູນຊ່ວຍລູກຫຼານນັກຮົບເສຍຊີວິດ, ອະດີດນັກຮົບອາເມລິກາ, ໂດຍທ່ານນາງ Margot C.Dolgne, ຜູ້ອຳນວຍການ 2SP, ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ຫງວຽນເຕີນຈ໋ຽນ ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຈະຊ່ວຍບັນດາສະມາຊິກຂອງຄະນະຜູ້ແທນມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ປະເທດຊາດ ແລະ ຊາວຫວຽດນາມ ກວ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ ແລະ ອາເມລິກາ.
ສ່ວນທ່ານນາງ Margot C.Dolgne ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຊອກຮູ້ກ່ຽວກັບປະເທດຊາດ, ມະນຸດ ແລະ ສະພາບການພັດທະນາເສດຖະກິດຂອງຫວຽດນາມ, ພົບປະແລກປ່ຽນແຮກສ່ຽວກັບລູກຫຼານນັກຮົບທີ່ເສຍສະຫຼະຊີວີດເພື່ອຊາດ, ອະດີດນັກຮົບຂອງຫວຽດນາມ, ເພື່ອເຂົ້າໃຈກ່ຽວກັບສົງຄາມຢູ່ຫວຽດນາມ ບົນຈິດໃຈໄກ່ເກ່ຍປອງດອງ, ມິດຕະພາບມຸ່ງໄປເຖິງອະນາຄົດ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການພົວພັນລະຫວ່າງປະຊາຊົນ 2 ປະເທດໃນອະນາຄົດ.