ຄະນະຜູ້ແທນດູມາ ແຫ່ງຊາດລັດເຊຍ ຢ້ຽມຢາມແຂວງ ບ່າເຮ້ຍ-ຫວູງເຕົ່າ

ຄະນະຜູ້ແທນດູມາ ແຫ່ງຊາດລັດເຊຍ ຢ້ຽມຢາມແຂວງ ບ່າເຮ້ຍ-ຫວູງເຕົ່າ - ảnh 1
ກ່ອນໜ້ານັ້ນ, ຄະນະມີການເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໃນວັນທີ 23/12
(ພາບ: An Đăng – TTXVN)


(​vovworld) – ຄະນະ​ຜູ້​ແທນສະພາ​ຕຳ່​ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ, ​ໂດຍ​ທ່າ​ນຮອງ​ປະທານ​ຜູ້​ທີ່​ໜຶ່ງ Ivan Ivanovich Melnikov ​ເປັນ​ຫົວໜ້າ​ຄະນະ, ​ໄດ້ມາ​ຢ້ຽມຢາມ​, ​ເຮັດ​ວຽກ​ຢູ່ແຂວງ​ບ່າ​ເຮ້ຍ-ຫວູງ​ເຕົ່າ ​ໃນ​ວັນ​ທີ 25/12. ທີ່​ການ​ຢ້ຽມຢາມ ແລະ ​ເຮັດ​ວຽກ, ທ່ານ ຫງວຽນ​ຮົ່ງຫຼີງ, ຮອງ​​ເລຂາ​ຄະນະ​ພັກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ໄດ້​ແຈ້ງ​ໃຫ້​ຄະນະ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖີ່​ນ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ແລະ ສະຫະພັນ ລັດຊຍ. ຕາມ​ທ່ານ ຫງວຽນ​ຮົ່ງຫຼີງ ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ໄດ້​ເຊັນ​ບົດ​ບັນທຶກ​ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ 3 ທ້ອງ​ຖີ່​ນຂອງ​ລັດ​ເຊຍ ​ເຊິ່ງລວມມີ: ນະຄອນ Rostov Na Dony, Sverdlovsk ​ແລະ ​ເຂດ​ປົກຄ​ອງດ້ວຍ​ຕົນ​ເອງ Nenetskiy. ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົ່າ ​ແລະ ສະຫະພັນ ລັດ​ເຊຍ ພັດທະນາ​ຢ່າງ​ແຮງ​ໃນບັນດາ​ຂົງ​ເຂດ​ບໍລິການ​ນ້ຳມັນ​ອາຍ​ແກ​ດ, ການ​ທ່ອງ​ທ່ຽວ, ການ​ເດີນ​ທະ​ເລ ​ແລະ ກໍ່ສ້າງ, ​ໃນ​ນັ້ນ​, ບໍລິສັດ​ຮ່ວມ​ທຸລະ​ກິດ​ນ້ຳມັນ​ອາຍ​ແກ​ດ ຫວຽດນາມ - ລັດ​ເຊຍ Vietsovpetro ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ