(vovworld) – ໃນລະຫວ່າງວັນທີ 18/04 – 02/05, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນທະອົງການຫານຜ່ານເສິກເພື່ອສັນຕິພາບອາເມລິກາ (VFP) ລວມມີ 16 ຄົນມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຈຸດປະສົງຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຊອກຮູ້ປະຫວັດສາດ, ປະເທດຊາດ ແລະ ຊາວຫວຽດນາມ, ຢ້ຽມຢາມສະໜາມຮົບເກົ່າ, ພົບປະກັບນັກຮົບເກົ່າຫວຽດນາມ. ພ້ອມກັນນັ້ນ, ຄະນະຜູ້ແທນຍັງໄປຢ້ຽມຢາມບັນດາຄວບຄົວທີ່ປະສົບເຄາະຮ້າຍຈາກທາດຜິດສີສົ້ນດີໂອຊີນ, ບັນດາຮາກຖານເບິ່ງແຍງຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ນດີໂອຊີນ ແລະ ເຮັດວຽກກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ນດີໂອຊີນ ຢູ່ບັນດາທ້ອງຖິ່ນຄື; ຮ່າໂນ້ຍ, ເຫ້ວ, ກວາງຈິ້, ດານັ້ງ.
ທີ່ການຕ້ອນຮັບຄະນະຜູ້ແທນເມື່ອຕອນບ່າຍວັນທີ 18/04, ທ່ານ ຫງວຽນເຕີມຈ໋ຽນ, ປະທານສະມາຄົມຫວຽດນາມ - ອາເມລິກາ ໄດ້ຕີລາຄາສູງບັນດາການເຄື່ອນໄຫວສະໜັບສະໜູນຫວຽດນາມ ຂອງ VFP ໃນຊຸມປີມໍ່ໆມານີ້, ຮັບຮູ້ການສະໜັບສະໜູນຫວຽດນາມ ຂອງບັນດາສະມາຊິກ ແລະ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນເຕີມຈ໋ຽນ ກໍສະແດງຄວາມປາດຖະໜາຢາກສືບຕໍ່ການຮ່ວມມືກັບ VFP, ໂດຍສະເພາະແມ່ນໃນຂົງເຂດມະນຸດສະທຳ, ແກ້ໄຂຜົນຮ້າຍພາຍຫຼັງຈາກສົງຄາມ.