(vovworld)- ຕອນບ່າຍວັນທີ 28/3, ທ່ານຫງວຽນວັນດົວ, ຮອງເລຂາປະຈຳອົງຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດອິດເດຍມາກຊິດ ໂດຍທ່ານ M.A Babi ກຳມະການກົມການເມືອງນຳໜ້າ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງເລຂາຜູ້ປະຈຳການອົງຄະນະພັກນະຄອນໂຮ່ຈິມິນ ຫງວຽນວັນດົວ ໄດ້ເນັ້ນໜັກວ່າ: ການພົວພັນລະຫວ່າງຫວຽດນາມ-ອິນເດຍ ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດໃນທຸກໆຂົງເຂດ ແລະ ທ່ານເຊື່ອໝັ້ນວ່າ: ການຢ້ຽມຢາມຂອງຄະນະຈະຊຸກຍູ້ການພົວພັນລະຫວ່າງນະຄອນໂຮ່ຈິມິນ ກັບອິນເດຍ ໃນບັນດາຂົງເຂດການຄ້າ, ການສຶກສາ, ວິທະຍາສາດເຕັກນິກ…ສ່ວນທ່ານ M.A Babi ຫວັງວ່າ, ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງຕາເວັນອອກ-ຕາເວັນຕົກຜ່ານ 5 ປະເທດ, ໃນນັ້ນມີຫວຽດນາມ ແລະ ອິນເດຍ ກໍ່ຄືການຊຸກຍູ້ການເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ທັງນີ້ກໍ່ເປັນການປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດຫວຽດນາມ-ອິນເດຍ.