ຄະນະຜູ້ແທນລາຊະອານາຈັກແບນຊິກ ຢ້ຽມຢາມ ໂຮງໝໍຫຼາຍຂະແໜງ ສາກົນ Vinmec
ພາບປະກອບ
|
( vovworld ) – ໃນຂອບເຂດການຢ້ຽມຢາມຫວຽດນາມຂອງຄະນະຜູ້ແທນລາຊະອານາຈັກແບນຊິກ ໂດຍອົງມົງກຸດລາຊະກຸມມານ Philippe ນຳໜ້າ, ຕອນບ່າຍວັນທີ 13/3, ທ່ານ Steve Stevaert ລັດຖະມົນຕີແຫ່ງລັດ ໄດ້ນຳໜ້າຄະນະຜູ້ແທນລາຊະອານາຈັກແບນຊິກ ໄດ້ໄປຢ້ຽມຢາມໂຮງໝໍຫຼາຍຂະແໜງສາກົນ Vinmec ຢູ່ຮ່າໂນ້ຍ. ໂຮງໝໍຫຼາຍຂະແໜງສາກົນ Vinmec ໂດຍກຸ່ມບໍລິສັດ Vingroup ເປັນເຈົ້າຂອງການລົງທຶນ, ຕາມຮູບແບບໂຮງໝໍ-ໂຮງແຮມ ຕາມມາດຕະຖານ 5 ດາວສາກົນ ແລະ ໄດ້ຮັບຄຳປຶກສາ, ອອກແບບຈາກກຸ່ມບໍລິສັດ VK ຂອງ ລາຊະອານາຈັກແບນຊິກ. ທ່ານລັດຖະມົນຕີ Steve Stevaert ຢືນຢັນວ່າ ໂຮງໝໍຫຼາຍຂະແໜງສາກົນ Vinmec ແມ່ນສັນຍາລັກອັນດີງາມຂອງການຮ່ວມມືລະຫວ່າງຫວຽດນາມ-ແບນຊິກ. ທ່ານລັດຖະມົນຕີ Steve Stevaert ຮຽກຮ້ອງໃຫ້ກຸ່ມບໍລິສັດ Vingroup ຈົ່ງຮ່ວມມືຢ່າງເລິກເຊີ່ງກ້ວາງຂວາງກ່ວາອີກກັບກຸ່ມບໍລິສັດ VK ເວົ້າສະເພາະ ແລະ ບັນດາວິສາຫະກິດແບນຊິກເວົ້າລວມ, ໂດຍສະເພາະແມ່ນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງຄື: ການອອກແບບ, ສະຖາປັດຕະຍາກຳ, ເຕັກໂນໂລຊີຂຽວ ແລະ ການແພດ.