(vovworld) - ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ຄະນະຜູ້ແທນສະພາແຫ່ງລັດ (ສະພາສູງ) ສະຫະພັນ ສະວິດ ໂດຍທ່ານ Ivo Bischofberger, ປະທານສະພາແຫ່ງລັດ ນຳໜ້າ, ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 28 – 31/03/2017. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.