ຄະນະລັດຖະບານ ຮຸງກາຣີ ຢ້ຽມຢາມ ຫວຽດນາມ

(vovworld) - ຄະນະ​ລັດຖະບານ ຮຸງ​ກາຣີ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ຮຸງ​ກາຣີ ນຳ​ຫນ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ ​ແຕ່​ວັນ​ທີ 7 -10/1. ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ, ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ຫວຽດນາມ, ກຸ່ມ​ບໍລິສັດ​ໄຟຟ້າ ຫວຽດນາມ, ສະ​ຖາ​ບັນ​ພະລັງງານ​ປະລະມານູ​ ຫວຽດນາມ, ມະຫາວິທະຍາ​ໄລ ດາ​ຫນັງ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື,​​ ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ເວົ້າ​ລວມ ​ແລະ ບຳລຸງ​ສ້າງ​ບຸກຄະລາ​ກອນ​ກ່ຽວ​ກັບ​ພະລັງງານ​ປະລະມານູ ເວົ້າ​ສະ​ເພາະ​. ທ່ານ Kovacs Pal ລັດຖະມົນຕີ​ກະຊວງ​ພັດທະນາ​ແຫ່ງ​ຊາດ ຮຸງ​ກາຣີ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ບຳລຸງ​ສ້າງ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຜ່າ​ນມາ ​ແລະ ກຳນົດ​ບັນດາ​ຂົງ​ເຂດ​ຈະ​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ຮຸງ​ກາຣີ ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ພັດທະນາ​ຂອງ ຫວຽດນາມ, ພິ​ເສດ ​ແມ່ນ​ໂຄງການ​ກ່ຽວ​ກັບ​ພະລັງງານ​ນິວ​ເຄຼຍຂອງ ຫວຽດນາມ. ”

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ