ຄະນະສະມາຄົມນັກຂ່າວຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ໄທ
ຄະນະສະມາຄົມນັກຂ່າວຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ໄທ
(ພາບ: nhandan)
(vovworld)- ຄະນະຜູ້ແທນສະມາຄົມນັກຂ່າວຫວຽດນາມ, ໂດຍທ່ານ ທວ້ນຫຶວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ປະທານສະມາຄົມນັກຂ່າວຫວຽດນາມນຳໜ້າ, ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ ແຕ່ວັນທີ່ 26/9 – 2/10. ທີ່ການເຈລະຈາກັບຄະນະຜູ້ແທນສະຫະພັນສື່ມວນຊົນໄທ, ປະທານສະຫະພັນສື່ມວນຊົນໄທ ເທບໄຊ ຢອງ ຕີລາຄາສູງບັນດາການເຄື່ອນໄຫວຕັ້ງໜ້າ ແລະ ມີປະສິດທິຜົນຂອງສະມາຄົມນັກຂ່າວຫວຽດນາມໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນເລື່ອງເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ໄທ. ຕາມທ່ານ ເທບໄຊ ແລ້ວ, ການຮ່ວມມືລະຫວ່າງສອງສະມາຄົມນັກຂ່າວຂອງ 2 ປະເທດ ໃນ 22 ປີຜ່ານມາໄດ້ຮັບການປັບປຸງ ແລະ ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານ ເທບໄຊ ສະເໜີ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນບັນດາເຫດການໃຫຍ່ທີ່ຈະດຳເນີນໃນໄລຍະຈະມາເຖິງ.