ຄະນະສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມຢ້ຽມຢາມລາຊະອານາຈັກອັງກິດ

ຄະນະສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມຢ້ຽມຢາມລາຊະອານາຈັກອັງກິດ - ảnh 1
ຄະນະສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມຢ້ຽມຢາມລາຊະອານາຈັກອັງກິດ
(ພາບ: baotintuc.vn)

(vovworld) – ໃນ​ລະ​ຫວ່າງວັນ​ທີ 14 – 19/12, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ ໂດຍ​ທ່ານ ຫງວຽນ​ວັນ​ເຢົ່າ, ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ ສະ​ພາ​ແຫ່ງ​ຊາດ, ປະ​ທານ​ກຸ່ມ​ສະ​ມາ​ຊິກ​​ສະ​ພາ​ແຫ່ງ​ຊາດມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ, ນຳ​ໜ້າ​​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ.

        ທີ່​ການ​ຕ້ອນ​ຮັບຢູ່​​ສຳ​ນັກ​ງານສະ​ພາ​ແຫ່ງ​ຊາດ ອັງ​ກິດ ໃນ​ວັນ​ທີ 17/12, ​ທ່ານສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ George Howarth, ປະ​ທານ​ກຸ່ມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ, ຢັ້ງ​ຢືນ​​ວ່າກຸ່ມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລະ​ຫວ່າງ​ພັກ​ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້​ລັດ​ຖະ​ບານ ອັງ​ກິດ ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ມີ​ສຽງ​ເວົ້າ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ຄື​ທະ​ເລ​ຕາ​ເວັນ​ອອກ, ຄວາມ​ປອດ​ໄພ​ການ​ເດີນ​ເຮືອ… ທ່ານກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັ​ບ​ສະ​ໜູນ ຫວຽດ​ນາມ ຢູ່​ລັດ​ຖະ​ສະ​ພາ ເອີ​ລົບ ແລະ ​ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ກໍ່​ມີ​ສຽງ​ເວົ້າ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ ອ​ັງ​ກິດ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ.

        ສ່ວນ​ທ່ານ ຫງວຽນ​ວັນ​ເຢົາ ຢັ້ງ​ຢືນ​ວ່າ: ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມິດ​ຕະ​ພາບ ຫວຽດ​ນາມ - ອັງ​ກິດ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ປະ​ກອບ​ສ່ວນ​ພ້ອມ​ກັບ​ກຸ່ມ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ເອົາ​ໃຈ​ໃສ່​ເຖິງຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ