ຄະນະສະມາຊິກ ລັດຖະສະພາ ແລະ ວິສາຫະກິດການາດາ, ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຄະນະສະມາຊິກ ລັດຖະສະພາ ແລະ ວິສາຫະກິດການາດາ, ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 07 – 14 ກັນຍາ, ຄະນະ​ສະມາຊິກ​ລັດຖະສະພາ ​ແລະ ວິ​ສາ​ຫະກິດ​ກາ​ນາ​ດາ ​ໂດຍ​ທ່ານ Barry Devolin, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກາ​ນາ​ດາ ນຳ​ໜ້າ ພວມ​ຢູ່ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ, ຕອນ​ບ່າຍວັນ​ທີ 09 ກັນຍາ, ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກາ​ນາ​ດາ Barry Devolin ​ເນັ້ນ​ໜັກ​ເຖິງການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸ​ດຢັ້ງ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ມີ​ການ​ປະກອບສ່ວນ​ບໍ່​ແມ່ນ​ໜ້ອຍຂອງ​ສະມາຄົມ​ມິດຕະພາບ​ກາ​ນາ​ດາ - ຫວຽດນາມ. ທ່ານ Barry Devolin, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ວ່າ.

        “ຄະນະ​ຂອງ​ພວກ​ເຮົາ​ມາ​ຫວຽດນາມ ຄັ້ງ​ນີ້ ລວມມີ​ບັນດາ​ສະມາຊິກ​ລັດຖະສະພາ​ກາ​ນາ​ດາ, ບັນດາ​ວິ​ສາ​ຫະກິດ​ກາ​ນາ​ດາ ​ແລະ ນະຄອນ Toronto. ຜ່ານ​ການ​ໄປ​ຢ້ຽມຢາມ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ສ້າງ​ການ​ພົວພັນ​ມິດຕະພາບ​ຢ່າງ​ຮັດ​ແພ້ນກັບ​ຫວຽດນາມ, ບັນດາ​ອົງການ​ມິດຕະພາບ​ປະຊາຊົນ​ຂອງຫວຽດນາມ. ຂ້າພະ​ເຈົ້າ​ຖື​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ນຳ​ມາ​ເຊິ່ງບັນດາ​ປະສິດຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ 2 ປະ​ເທດ, ສຳຄັນ​ກວ່າ​ແມ່ນ​ສ້າງ​​ເງື່ອນ​ໄຂ​ເພື່ອ​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ໃຫ້​ແກ່​ວິ​ສາ​ຫະກິດ​ກາ​ນາ​ດາ”.

ຂ່າວ/ບົດ​ອື່ນ