(VOVWORLD) -ຄະນະເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດອາຍຸການ 2020 – 2023 ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ທ໊າຍຫງວຽນ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ
ທີ່ການເຮັດວຽກກັບການນຳແຂວງ ທ໊າຍຫງວຽນ
(ພາບ: TTXVN)
|
ວັນທີ 04 ສິງຫາ, ຄະນະເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດອາຍຸການ 2020 – 2023 ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ທ໊າຍຫງວຽນ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ບັນດາບັນຫາຮ່ວມມືສາກົນຂອງທ້ອງຖິ່ນ. ຢູ່ທີ່ນີ້, ທ່ານ ຫວູຮົ່ງເຈືອງ, ປະທານຄະນະກຳມະການປະຊາຊົນແຂວງ ທ໊າຍງວຽນ, ສະເໜີວ່າ: ກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ເອົາໃຈໃສ່, ໂຄສະນາເຜີຍແຜ່ພາບພົດແຂວງ ທ໊າຍງວຽນ ກັບບັນດານັກລົງທຶນທີ່ມີກຳລັງຄວາມສາມາດດ້ານການເງິນ, ມີເຕັກໂນໂລຊີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ພິເສດແມ່ນຂົງເຂດກະສິກຳເຕັກໂນໂລຊີສູງ… ພ້ອມທັງ, ທາງແຂວງປາດຖະໜາວ່າ, ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດແຂວງ ທ໊າຍງວຽນ ໃນການເຄື່ອນໄຫວສົ່ງເສີມດ້ານການຄ້າ, ຄົ້ນຄວ້າຕະຫຼາດ, ຊອກຫາຄູ່ຮ່ວມມື, ເປີດກວ້າງຕະຫຼາດສົ່ງອອກສຳລັບບັນດາຜະລິດຕະພັນທີ່ມີທ່າແຮງຂອງແຂວງ.