ກອງປະຊຸມສະຫລຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015
|
(vovworld) – ຕອນເຊົ້າວັນທີ 29/12, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2014 ແລະ ຜັນຂະຫຍາຍໜ້າທີ່ປີ 2015. ປີ 2014, ຄະນະໂຄສະນາສຶກສາສູນກາງຕັ້ງໜ້າ, ເປັນເຈົ້າການເປັນເສນາທິການຊ່ວຍກົມການເມືອງ, ຄະນະເລຂາສູນກາງພັກຍົກສູງກຳລັງຄວາມສາມາດ, ປະສິດທິຜົນການນຳພາຂອງພັກກ່ຽວກັບວຽກງານໂຄສະນາສຶກສາໃນຂົງເຂດແນວຄິດ, ທິດສະດີ, ໂຄສະນາເຜີຍແຜ່, ສື່ມວນຊົນ… ເທື່ອລະກ້າວ. ພ້ອມທັງ, ປະຕິບັດສຳເລັດໜ້າທີ່ຂອງຄະນະເລຂາກ່ຽວກັບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ກ່ຽວກັບ “ການສືບຕໍ່ຍູ້ແຮງວຽກງານຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”. ທ່ານ ດິງເທ໋ຮີງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະສຶກສາສູນກາງ, ໃຫ້ຮູ້ວ່າ:
“ຕ້ອງມີການກຳນົດທິດເພື່ອຕອບສະໜອງຂໍ້ມູນຂ່າວສານ ແລະ ເພື່ອກຳນົດທິດ, ໂອ້ລົມສົນທະນາ. ພ້ອມທັງ, ສູ້ຊົນກັບບັນດາແຫຼ່ງຂ່າວ, ຖອຍທຳນອງເສກສັນປັ້ນແຕ່ງ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ”.
ທ່ານ ດິງເທ໋ຮີງ ສະເໜີວ່າປີ 2015, ຄະນະໂຄສະນາສຶກສາສູນກາງສຸມໃສ່ເປັນເສນາທິການຊ່ວຍໃຫ້ກົມການເມືອງ, ຄະນະເລຂາສູນກາງພັກກ່ຽວກັບສະພາບການພາຍໃນປະເທດ, ສາກົນ, ຊີ້ນຳ, ແນະນຳ, ກວດກາການໂຄສະນາກ່ຽວກັບກອງປະຊຸມໃຫຍ່ຂອງພັກທຸກຊັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ຍູ້ແຮງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ.