ຄ້າຍພັກແລ້ງ Obninxk 2016, ສະຖານທີ່ເຊື່ອມຕໍ່ຄວາມຮັກແພງ
(ຄ້າຍພັກແລ້ງ Obninxk 2016,
ສະຖານທີ່ເຊື່ອມຕໍ່ຄວາມຮັກແພງ)
(vovworld) - ໃນລະຫວ່າງວັນທີ 07 – 09/05, ຢູ່ແຂວງ Kuluga, ສະຫະພັນລັດເຊຍ ໄດ້ຈັດ “ຄ້າຍພັກແລ້ງ Obninxk 2016” ທີ່ສະຫງວນໃຫ້ບັນດານັກສຶກສາຫວຽດນາມ, ທີ່ພວມຮ່ຳຮຽນ, ຄົ້ນຄວ້າຢູ່ບັນດາມະຫາວິທະຍາໄລສະຫະພັນລັດເຊຍ, ດ້ວຍຂອບຂະໜາດໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ. ໃນຕະຫຼອດໄລຍະຈັດຄ້າຍພັກແລ້ງ, ມີນັກສຶກສາຫວຽດນາມ ເກືອບ 500 ຄົນທີ່ມາຈາກ 43 ມະຫາວິທະຍາໄລສັງກັດ 10 ນະຄອນແຕກຕ່າງກັນຂອງສະຫະພັນລັດເຊຍ ໄດ້ພົບປະແລກປ່ຽນນຳກັນ, ເຂົ້າຮ່ວມບັນດາການເຄື່ອນໄຫວສິລະປະຢ່າງຟົດຟື້ນ ແລະ ເຕັມໄປດ້ວຍສີສັນຂອງນັກສຶກສາ. ນັກສຶກສາຫຼາຍຄົນຢືນຢັນວ່າ, ຄ້າຍພັກແລ້ງ ແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດ ໄດ້ຊ່ວຍໃຫ້ນັກສຶກສາມີກຳລັງໜູນ ເພື່ອຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມ, ກຳແນ້ນຄວາມຮູ້ອັນລ້ຳຄ່າຕື່ມອີກເພື່ອ ກັບເມືອປະເທດ ໄດ້ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ.