ຄາດວ່າໃນປີ 2015 ການສົ່ງອອກເກີນດູນແມ່ນ 1,5 ຕື້ USD

ຄາດວ່າໃນປີ 2015 ການສົ່ງອອກເກີນດູນແມ່ນ 1,5 ຕື້ USD - ảnh 1
(ພາບປະກອບ)

(vovworld) – ​ຕົວ​ເລກສະຖິຕິ​ຈາກ​ກົມ​ຂາ​ອອກ ຂາ​ເຂົ້າ, ກະຊວງ​ອຸດສາຫະກຳ​ການ​ຄ້າ ຊີ້ໃຫ້​ເຫັນ​ວ່າ, ​ໄລ​່ຮອດ​ທ້າຍ​​ເດືອນ 11/2014, ຕົວ​ເລກ​ສົ່ງ​ອອກ​ເກີນ​ດູ​ນບັນລຸ​ເກືອ​ບ 2,1 ຕື້ USD. ​ແຕ່​ວ່າ, ຍ້ອນ​ເດືອນ​ທ້າຍ​ປີ ບັນດາ​ວິ​ສາ​ຫະກິດຈະ​ຕ້ອງ​ຍູ້​ແຮງ​ການ​ນຳ​ເຂົ້າວັດຖຸ​ດິບ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ, ສະ​ນັ້ນ, ຄາດ​ຄະ​ເນ​ວ່າ ທັງ​ປີ 2014 ການ​ສົ່ງ​ອອກ​ເກີນດູນ​ໃນ​ທົ່ວ​ປະ​ເທດ​ຈະບັນລຸ​​ເກືອບ 1,5 ຕື້ USD.

        ​ໃນ 11 ​ເດືອນ​ຜ່ານ​ມາ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ວົງ​​ເງິນ​ສົ່ງ​ອອກ​ໄດ້ຮັບ​ການ​ເຕີບ​ໂຕ​​ສ່ວນ​ຫຼາຍ​ແມ່ນໝວດ​ສິນຄ້າ​ທັງ​ໝົດ, ​ໃນ​ນັ້ນ, ​ເປັນ​ຕົ້ນ​ແມ່ນ​ໝວດ​ສິນຄ້າອຸດສາຫະກຳ​ປຸງ​ແຕ່ງ​.  ວົງ​ເງິນ​ສົ່ງ​ອອກ​ໝວດ​ສິນຄ້າ​ດັ່ງກ່າວ ບັນລຸ​​ 100.14 ຕື້ USD, ​ເພີ່ມ​ຂຶ້ນ 14,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຕໍ່​ຈາກ​ນັ້ນ​ແມ່ນໝວດ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ.

        ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ, ອາ​ເມ​ລິ​ກາ ຍັງ​ຄົງແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ການ​ຄ້າ ຄາດ​ວ່າ​ບັນລຸ 26,2 ຕື້ USD, ​ເພີ່ມ​ຂຶ້ນ 21,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ