ງານບຸນດອກຊາກຸຣາ-ຮ້າລອງ 2013 ຈະຖືກຈັດຂຶ້ນແຕ່ວັນທີ 11-13/4

ງານບຸນດອກຊາກຸຣາ-ຮ້າລອງ 2013 ຈະຖືກຈັດຂຶ້ນແຕ່ວັນທີ 11-13/4 - ảnh 1

(ພາບປະກອບ: nhansuvietnam.vn)

(vovworld)- ງານ​ບຸນ​ດອກ​ຊາ​ກຸຣາ ດ້ວຍ​ຫົວ​ຂໍ້​ວ່າ “ຈຸດ​ວັດທະນະທຳ​ຍີ່ປຸ່ນ ຢູ່​ຮ້າ​ລອງ“ ຈະ​ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 11-13/4 ຢູ່​ນະຄອນ​ຮ້າ​ລອງ ​ແຂວງ​ກວາງ​ນິງ ​ເພື່ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ (21/9/1973-21/9/2013) ​ແລະ ປີ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ. ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ງານ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ນິງ ດ້ວຍ​ຈຸດ​ປະສົງ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ, ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງຍີ່ປຸ່ນ​ ກັບ​ຫວຽດນາມ ​ເວົ້າລວມ ​ແລະ ກັບກວາງນິງ ​ເວົ້າສະ​ເພາະ; ພ້ອມ​ທັງ​ແນະນຳ​ງານ​ວາງສະ​ແດງ​ຮູບ​ພາບ​ດອກ​ໄມ້​ທີ່​ເປັນ​ສັນຍາ​ລັກ​ຂອງ​ຍີ່ປຸ່ນ ​ເຖິງ​ປະຊາຊົນ​ແຂ​ວາງ​ກວາງ​ນິງ, ຍູ້​ແຮງ​ການ​ສົ່ງ​ເສີມ, ​ໂຄສະນາ​ການທ່ອງທ່ຽວ. ງານ​ບູນຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຄື: ງານ​ວາງສະ​ແດງດອກ​ຊາ​ກຸຣາ ​ແລະ ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ສິລະ​ປະ, ຕົ້ນ​ໄມ້​ປະດັບ, ອາຫານ​ການ​ກິນ, ​ແນະນຳ​ສະຖານ​ທີ່​ທ່ອງ​ທ່ຽວ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ​ກວາງ​ນິງ, ຍີ່ປຸ່ນ; ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ສິລະ​ປິນກວາງ​ນິງ ​ແລະ ຍີ່ປຸ່ນ….

 

 

 

ຂ່າວ/ບົດ​ອື່ນ