(vovworld) - ວັນທີ 03/03, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານພົບປະຍາມຕົ້ນປີໃໝ່ ກັບກຸ່ມວິສາຫະກິດຫວຽດນາມ ຢູ່ລາວ. ເມື່ອແລກປ່ຽນທີ່ການພົບປະ, ບັນດາວິສາຫະກິດຫວຽດນາມ ຢູ່ລາວ ໃຫ້ຮູ້ວ່າ, ປະຈຸບັນຫວຽດນາມ ມີ 412 ໂຄງການລົງທຶນ ດ້ວຍຈຳນວນທຶນຈົດທະບຽນແມ່ນກວ່າ 5 ຕື້ USD, ຢືນອັນດັບ 3 ໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າລາວ. ບັນດາໂຄງການລົງທຶນສ່ວນຫຼາຍໄດ້ສຸມໃສ່ຂົງເຂດຂຸດຄົ້ນແຮ່ທາດ, ໄຟຟ້ານ້ຳຕົກ, ກະສິກຳ, ການບໍລິການ... ສູ້ຊົນນຳວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ລາວ ບັນລຸລະດັບ 2 ຕື້ USD ໃນປີ 2015.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ຢືນຢັນວ່າ, ຈະມານະພະຍາຍາມຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ, ພ້ອມທັງເນັ້ນໜັກວ່າ ຍາມໃດການນຳພັກ ແລະ ລັດຖະບານ 2 ປະເທດ ກໍ່ເຊື່ອໝັ້ນຕໍ່ຄວາມຕັດສິນໃຈຂອງບັນດາວິສາຫະກິດ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ບັນດາວິສາຫະກິດເພີ່ມທະວີຄວາມຜູກຮັດກັບປະຊາຄົມ ແລະ ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງຫວຽດນາມ - ລາວ.