ງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນຢູ່ຈີນ
(ງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນຢູ່ຈີນ)
(vovworld) - ວັນທີ 01/04, ສະຖານທູດຫວຽດນາມ ປະຈຳຈີນ ໄດ້ຈັດງານພົບປະແລກປ່ຽນກຸ່ມແມ່ຍິງອາຊຽນ ຢູ່ຈີນ, ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດຍິງບັນດາປະເທດອາຊຽນ ປະຈຳຈີນ, ທ່ານນາງເອກອັກຄະລັດຖະທູດ Columbia, ຜູ້ຕາງໜ້າໃຫ້ແມ່ຍິງກະຊວງການຕ່າງປະເທດຈີນ, ສູນອາຊຽນ - ຈີນ ແລະ ບັນດາພະນັກງານກະຊວງການຕ່າງປະເທດຍິງ, ພັນລະຍາເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະ ສະຖານທູດຫວຽດນາມ ປະຈຳຈີນ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ດັ້ງມິງຄອຍ ຢືນຢັນວ່າ, ແມ່ຍິງ, ດ້ວຍຖານະເປັນຜູ້ຕາງໜ້າທາງການທູດຂອງປະເທດ ຫຼື ບັນດາຜູ້ເປັນເມຍ, ເປັນແມ່ໃນຄອບຄົວ ລ້ວນແຕ່ມີຄວາມໝາຍໃນການຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ການສຶກສາ, ປະຕິບັດບັນດາການເຄື່ອນໄຫວສັງຄົມຢ່າງຕັ້ງໜ້າ, ຜ່ານນັ້ນໄດ້ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ປັບປຸງຄວາມສາມັກຄີລະຫວ່າງບັນດາປະເທດ.