(ພາບປະກອບ)
( vovworld ) – ຕອນບ່າຍວັນທີ 1/7, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ລາວ ຄົບຮອບ 50 ປີ, ທີ່ສຳນັກງານຄະນະຜູ້ຕາງໜ້າລາວ ປະຈຳສປຊ, ໄດ້ຈັດງານພົບປະແລກປ່ຽນມິດຕະພາບຫວຽດນາມ-ລາວ ໂດຍມີການເຂົ້າຮ່ວມຂອງພະນັກງານການທູດສອງປະເທດທີ່ພວມປະຕິບັດງານຢູ່ ສປຊ ແລະ ພະນັກງານ ພາລະກອນສອງປະເທດພວມປະຕິບັດງານ ແລະ ເຮັດວຽກຢູ່ນະຄອນນີວຢອກ ປະເທດອາເມລິກາ ເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ງານພົບປະ, ທ່ານ ສະເຫຼີມໄຊ ກົມມະສິດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳສປຊ ແລະ ທ່ານ ເລຮ່ວາຍຈູງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສປຊ ໄດ້ຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງລັດ, ສອງລັດຖະບານ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ໃນຕະຫຼອດ 50 ປີຜ່ານມາ ແລະ ຢັ້ງຢືນສາຍພົວພັນອັນເປັນມູນເຊື້ອນີ້ ຈະໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ພັດທະນາຢ່າງຮອບດ້ານ ແລະ ໝັ້ນຄົງໜັກແໜ້ນໃນອະນາຄົດ.