ງານພົບປະແລກປ່ຽນວັດທະນະທຳມິດຕະພາບໄວໜຸ່ມຟຸ໋ອຽນ - ສະຫວັນນະເຂດ

ງານພົບປະແລກປ່ຽນວັດທະນະທຳມິດຕະພາບໄວໜຸ່ມຟຸ໋ອຽນ - ສະຫວັນນະເຂດ - ảnh 1
​ງານ​ພົບ​ປະ​ແລກ​ປ່ຽນວັດທະນະທຳ​ມິດຕະພາບລະຫວ່າງ​
ໄວ​ໜຸ່ມ​ແຂວງ​ຟຸ໋ອຽນ​ ແລະ ​ຊາວໜຸ່ມ​ແຂວງ​ສະຫວັນ​ນະ​ເຂດ
(ພາບ: baophuyen.com.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 07/01, ຢູ່​ນະຄອນ ​ຕຸຍ​ຮ່ວາ ​ໄດ້​ຈັດ​ງານ​ພົບ​ປະ​ແລກ​ປ່ຽນວັດທະນະທຳ​ມິດຕະພາບລະຫວ່າງ​ໄວ​ໜຸ່ມ​ແຂວງ​ຟຸ໋ອຽນ​ (​ຫວຽດນາມ) ​ແລະ ​ຊາວໜຸ່ມ​ແຂວງ​ສະຫວັນ​ນະ​ເຂດ (ລາວ). ນີ້​ແມ່ນ​ໜຶ່ງ​​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 05 – 09/01 ລະຫວ່າງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິ​ນ ​ແລະ ​ແຂວງ​ແຮກສ່ຽວ ​ສະຫວັນ​ນະ​ເຂດ. ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ລາວ ສາມັກຄີ, ມິດຕະພາບ​ພ້ອມ​ກັນ​ພັດທະນາ”, ງານ​ພົບ​ປະ​ມີ​ບັນດາ​ການ​ເຄື່ອ​ນ​ໄຫວຄື; ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ຊອກ​ຮູ້​ປະຫວັດ​ສາດຂອງ​ແຕ່ລະ​ປະ​ເທດ; ​ໂຄສະນາ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ຄໍ່າ​ຄືນ​ພົບ​ປະ​ແລກປ່ຽນວັດທະນະທຳ​ມິດຕະພາບຄັ້ງ​ນີ້​ ແມ່ນ​ການ​ເຄື່ອນ​ໄຫວ​ປະຕິບັດ​ເນື້ອ​ໃນ​ຂໍ້​ຕົກລົງເຊິ່ງໄດ້​ຮັບ​ການ​ຕົກລົງລະຫວ່າງ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ​ ​ແລະ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ.

ຂ່າວ/ບົດ​ອື່ນ