ງານພົບປະແລກປ່ຽນສິລະປະ“ແປວໄຟໄວໜຸ່ມ”ຢູ່ເສົາທຸງແຫ່ງຊາດລຸງກູ໋
ເສົາທຸງແຫ່ງຊາດ ລຸງກູ໋
(ພາບ: Nhật Anh/TTXVN)
|
(vovworld) – ງານພົບປະແລກປ່ຽນສິລະປະ “ແປວໄຟໄວໜຸ່ມ” ຢູ່ເສົາທຸງແຫ່ງຊາດ ລຸງກູ໋ ຖືກຈັດຂຶ້ນໃນຕອນຄ່ຳວັນທີ 19/3 ເພື່ອແນໃສ່ຕອບສະໜອງລາຍການວັນບຸນ “ເດືອນ 3 ຢູ່ເຂດຊາຍແດນ” ປີ 2015. ລາຍການປະກອບສ່ວນຕອບບຸນແທນຄຸນບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອປົກປັກຮັກສາອະທິປະໄຕເຂດຊາຍແດນທີ່ສັກກະລະບູຊາຂອງປະເທດຊາດ, ຍ້ອງຍໍຊົມເຊີຍ ແລະ ສົ່ງແປວໄຟແຫ່ງຄວາມຮັກຕໍ່ປະເທດຊາດ, ແປວໄຟແຫ່ງມູນເຊື້ອ, ຄວາມສຸດຈິດສຸດໃຈເຖິງໄວໜຸ່ມເຂດຊາຍແດນ ຮ່າຢາງ ເວົ້າສະເພາະ ແລະ ໄວໜຸ່ມທົ່ວປະເທດເວົ້າລວມ. ຈາກນັ້ນ, ຍົກສູງຄວາມຮັບຜິດຊອບ ແລະ ພັນທະຂອງຕົນໃນໜ້າທີ່ສ້າງສາ , ພ້ອມກັນປົກປັກຮັກສາປະເທດຊາດ ແລະ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍຢູ່ເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ ຮ່າຢາງ.
ງານພົບປະແລກປ່ຽນມີການເຂົ້າຮ່ວມຂອງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ລຸງກູ໋, ພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ ແລະ ພວກນ້ອງນັກຮຽນ, ບັນດານັກຮົບເກົ່າ - ຜູ້ທີ່ເຄີຍເຂົ້າຮ່ວມການຕໍ່ສູ້ໃນບັ້ນຮົບ ຢູ່ແຂວງ ຮ່າຢາງ ທາງພາກເໜືອ ຫວຽດນາມ.