ຜູ້ຕາງໜ້າສະຖານທູດຂອງບາງປະເທດ ASEAN ຢູ່ອັກຊັງຕິນ
ແລະ ບັນດາພັນລະຍາພະນັກງານຫວຽດນາມ (ພາບ:Việt Hùng)
(vovworld) - ວັນທີ 10/11, ຄອບຄົວພະນັກງານສະຖານທູດ ແລະ ອົງການຕາງໜ້າຂອງປະເທດຕ່າງໆທີ່ຂຶ້ນກັບອາຊຽນປະຈຳອັກຊັງຕິນ ພ້ອມກັບເພື່ອນມິດສາກົນ ໄດ້ເຂົ້າຮ່ວມງານພົບປະແລກປ່ຽນໃນຂອບເຂດ ”ວັນຄອບຄົວອາຊຽນ”. ນີ້ແມ່ນການເຄື່ອນໄຫວ ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບ ແລະ ການຮ່ວມມືໃນປະຊາຄົມອາຊຽນຢູ່ອັກຊັງຕິນ ເວົ້າສະເພາະ ແລະ ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງບັນດາປະເທດສະມາຊິກອາຊຽນ ເວົ້າລວມ. ໃນງານພົບປະແລກປ່ຽນໄດ້ດຳເນີນການເຄື່ອນໄຫວສິລະປະ, ແຂ່ງຂັນກິລາ ແລະ ການລະຫຼິ້ນບັນເທິງ ກໍ່ຄືແນະນຳອາຫານທີ່ເປັນມູນເຊື້ອຂອງແຕ່ລະປະເທດ. ສິ້ນສຸດງານພົບປະແລກປ່ຽນ, ຜູ້ຕາງໜ້າສະຖານທູດໄທ ໄດ້ມອບຄັນທຸງອາຊຽນໃຫ້ຜູ້ຕາງໜ້າສະຖານທູດມາເລເຊຍ, ເຊິ່ງແມ່ນປະເທດຈະຈັດຕັ້ງ ”ວັນຄອບຄົວອາຊຽນ” ຢູ່ອັກຊັງຕິນ ໃນປີຈະມາເຖິງ.