ງານວາງສະແດງກ່ຽວກັບອະທິປະໄຕ ຂອງຫວຽດນາມຕໍ່ເຂດໝູ່ເກາະ ຮ່ວາງຊາ
(ພາບ: tintuc.vnn.vn)
(vovworld)- ວັນທີ 20/1, ຢູ່ຫໍ່ພິພິຕະພັນດ່ານັງ, ຄະນະກຳມະການປະຊາຊົນເມືອງຮ່ວາງຊາ, ສະຖານບັນຄົ້ນຄ້ວາພັດທະນາເສດຖະກິດ-ສັງຄົມດ່ານັງ, ສະມາ ຄົມວິທະຍາສາດປະຫວັດສາດດ່ານັງ ແລະ ໜັງສຶພິມໄວໜຸ່ມ ສົມທົບກັນຈັດງານວາງສະແດງບັນດາເອກະສານຫາກໍໄດ້ຮັບການຄົ້ນພົບໃໝ່ທີ່ກ່ຽວຂ້ອງເຖິງອະທິປະໄຕຂອງຫວຽດນາມ ຕໍ່ເຂດໝູ່ເກາະຮ່ວາງຊາ. ງານວາງສະແດງຍັງໄດ້ແນະນຳແຜນທີ່ 95 ແຜ່ນໄດ້ຮັບການຮຽບຮຽງ ເພື່ອແນໃສ່ຢັ້ງຢືນອະທິປະໄຕຂອງຫວຽດນາມ ຕໍ່ເຂດໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ. ທ່ານດັ້ງກົງຫງື໋ ປະທານຄະນະກຳມະການປະຊາຊົນເມືອງຮ່ວາງຊາ ນະຄອນດ່ານັງ ໃຫ້ຮູ້ວ່າ:
“ນີ້ແມ່ນງານວາງສະແດງເອກະສານກ່ຽວກັບຮ່ວາງຊາ ຢ່າງເປັນພື້ນຖານ ແລະ ລະອຽດທີ່ສຸດນັບແຕ່ກ່ອນມາ ໂດຍຄະນະກຳມະການປະຊາຊົນເມືອງຮ່ວາງຊາ ພ້ອມກັບບັນດາຫົວໜ່ວຍຈັດຕັ້ງປະຕິບັດ. ບັນດາເອກະສານນີ້ມີຊີວິດຊີວາ ແລະ ແທ້ຈິງທີ່ສຸດ, ແມ່ນວຽກຈິງຄົນແທ້ຊື່ງພວກຂ້າພະເຈົ້າຢາກນຳມາໃຫ້ປະຊາຊົນຮັບຊາບກ່ຽວກັບອະທິປະໄຕເຂດໝູ່ເກາະທະເລຂອງຫວຽດນາມ ຜ່ານບັນດາໄລຍະຄືແນວໃດ“