(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ຕອນເຊົ້າວັນທີ 4/9, ຢູ່ຮ່າໂນ້ຍ, ສູນສົ່ງເສີມການຄ້າ ຫວຽດນາມ ສົມທົບກັບອົງການສົ່ງເສີມການຄ້າ ຍີ່ປຸ່ນ ຢູ່ ຮ່າໂນ້ຍ (JETRO) ໄດ້ໄຂ “ງານວາງສະແດງຜະລິດຕະພັນອຸດສາຫະກຳໜູນຊ່ວຍ ຫວຽດນາມ - ຍີ່ປຸ່ນ 2013”. ນີ້ແມ່ນຄັ້ງທີ 5 ງານວາງສະແດງໄດ້ຮັບການຈັດຕັ້ງຂຶ້ນ, ດ້ວຍຮ້ານວາງສະແດງກ່ວາ 100 ຮ້ານຂອງ 107 ວິສາຫະກິດຂອງທັງ ຫວຽດນາມ ແລະ ຍີ່ປຸ່ນ ເຂົ້າຮ່ວມງານວາງສະແດງບັນດາຜະລິດຕະພັນຂຶ້ນກັບບັນດາຂົງເຂດຄື: ເຄື່ອງຈັກ ແລະ ເຄື່ອງອາໄລ່ລົດໂອໂຕ, ລົດຈັກ, ເຄື່ອງໄຟຟ້າ - ເຄື່ອງເອເລັກໂຕນິກ. ງານວາງສະແດງຜະລິດຕະພັນອຸສາຫະກຳໜູນຊ່ວຍ ຫວຽດນາມ - ຍີ່ປຸ່ນ ແມ່ນໂອກາດທີ່ດີໃຫ້ບັນດານັກຜະລິດ, ວິສາຫະກິດ ຫວຽດນາມ ເຊື່ອມຕໍ່ກັບຜູ້ນຳເຂົ້າເພື່ອເພີ່ມທະວີການດຳເນີນທຸລະກິດ ແລະ ເປີດກ້ວາງຕະຫຼາດສົ່ງອອກ. ພ້ອມທັງ, ສຳພັດກັບເຕັກໂນໂລຢີໃໝ່ສຸດໃນພາກພື້ນ ແລະ ໃນທົ່ວໂລກ, ເພື່ອແນໃສ່ຍົກສູງຄວາມສາມາດເຊື່ອງໂຍງເຂົ້າກັບສາກົນ.