ງານວາງສະແດງ“ມໍລະດົກວັດທະນະທຳ“Hán- Nôm”
ພາບປະກອບ:internet
|
(vovworld)- ໃນໂອກາດບຸນປີໃຫມ່ປີມະເມຍ 2014, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງຫງາຍ ໄດ້ວາງສະແດງ“ມໍລະດົກວັດທະນະທຳ “Hán - Nôm” ດ້ວຍວັດຖຸພັນ, ແຜນທີ່, ເອກະສານ, ຮູບພາບ…. ເກືອບ 150 ຢ່າງ ທີ່ຕິດພັນກັບວິວັດການຂະຫຍາຍເຂດດິນແດນ ກວ໋າງຫງາຍ. ງານວາງສະແດງຍັງແນະນຳໃຫ້ຜູ້ຊົມບັນດາເອກະສານ Hán - Nôm ອັນລຳ້ຄ່າ ໃນສະໄຫມລາຊະວົງ ຫງວຽນ ກ່ຽວກັບວິວັດການຮັບຮູ້ ແລະ ປົກປັກຮັກສາອະທິປະໄຕຢູ່ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ນັບແຕ່ຕົ້ນສັດຕະວັດທີ 17 ຮອດລະຫວ່າງທ້າຍສັດຕະວັດທີ 19, ໃນນັ້ນ ມີບັນດາເອກະສານອັນລຳ້ຄ່າ.. ດຣ ຫງວຽນດັງຫວູ, ຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ນອກຈາກຄຳສັ່ງອັນລຳ້ຄ່າກ່ຽວກັບ ເກາະຮ່ວາງຊາ ໂດບວົງຕະກຸນ ດັ້ງ ມອບໃຫ້, ພະແນກວັດທະນະທຳ ກິລາ ແລ ະທ່ອງທ່ຽວ ສືບຕໍ່ແນະນຳເອກະສານໃຫມ່ຫລາຍສະບັບທີ່ກ່ຽວຂ້ອງເຖິງອະທິປະໄຕທະເລ ແລະ ໝູ່ເກາະອີກດ້ວຍ.