ງານວາງສະແດງຮູບພາບສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

(VOVWORLD) -ຕອນເຊົ້າວັນທີ 08 ມິຖຸນາ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ນະຄອນໂຮ່ຈິມິນ ໄດ້ໄຂງານວາງສະແດງພາບຖ່າຍ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2018).

ງານວາງສະແດງຮູບພາບສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ - ảnh 1(ງານວາງສະແດງພາບຖ່າຍ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງ

ແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ”)

ງານວາງສະແດງໄດ້ວາງສະແດງພາບຖ່າຍເອກະສານເກືອບ 100 ແຜ່ນ ໄດ້ທີ່ຮັບການຄັດຈ້ອນ ເພື່ອສ່ອງແສງຄຳຮຽກຮ້ອງຂອງປະທານໂຮ່ຈິມິນ. ມາຢ້ຽມຊົມງານວາງສະແດງ, ເອື້ອຍ ຮົ່ງແຮ້ງ, ຢູ່ເມືອງ 1, ນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

      “ເມື່ອມາເຂົ້າຊົມພາບຖ່າຍ ຂ້າພະເຈົ້າເຫັນວ່າ ມີພາບຖ່າຍ, ເອກະສານກ່ຽວກັບປະທານໂຮ່ຈິມິນ ຫຼາຍຢ່າງ, ໃນນັ້ນມີຈຸດເວລາທີ່ປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວໃນວິວັດການຂອງປະທານໂຮ່ຈິມິນ ອອກຄຳຮຽກຮ້ອງໃຫ້ທົ່ວປະເທດ ພ້ອມກັບປະຊາຊົນອອກເຫື່ອເທແຮງຕໍ່ສູ້ປົກປັກຮັກສາປະເທດ. ຜ່ານນັ້ນ, ໄດ້ປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ”.

      ງານວາງສະແດງ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ” ເປີດປະຕູຮອດວັນທີ 20 ມິຖຸນາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ