ງານວາງສະແດງແງ່ມູມສັງເກດຫວຽດນາມຕົ້ນສັດຕະວັດທີ20

ງານວາງສະແດງແງ່ມູມສັງເກດຫວຽດນາມຕົ້ນສັດຕະວັດທີ20 - ảnh 1
ວັດ​ຖູ​ພັນ​ທີ່​ງານ​ວາງ​ສະ​ແດງ
ພາບ:baomoi.com.vn

(vovworld)-​ ຕອນ​ບ່າຍ​ວັນ​ທີ 3/12, ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ໄດ້​ສົມ​ທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຂອງ​ຝ​ລັ່ງ​ກ່ຽວ​ກັບ​ອິນ​ດູ​ຈີນວິ​ທະ​ຍາ ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ງານ​ວາງ​ສະ​ແດງ​ພາຍ​ໃຕ້​ຫົວ​ເລື່ອງວ່າ: “ແງ່​ມູນ​ສັງ​ເກດ​ຫວຽດ​ນາມ- ຫວຽດ​ນາມ ຕົ້ນ​ສັດ​ຕະ​ວັດ​ທີ 20 ຜ່ານ​ພາບ​ເອ​ກະ​ສານ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຂອງ​ຝ​ລັ່ງ ກ່ຽວ​ກັບ​ອິນ​ດູ​ຈີນ​ວິ​ທະ​ຍາ”. ມີ​ພາບ​ເກືອບ 60 ແຜ່ນ​​ໂດຍ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຖ່າຍ​ຮູບ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ ​ນຳ​ມາ​ວາງ​ສະ​ແດງດ້ວຍ 4 ເນື້ອ​ໃນ​ຄື: ບູ​ຮາ​ນ​ຄະ​ດີ, ກໍ່​ສ້າງ​ບັນ​ດາ​ຫ​ໍ​ພິ​ພິດ​ທະ​ພັນ; ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ ໃນ​ຕົ້ນ​ສ​ັດ​ຕະ​ວັດ​ທີ 20 ແລະ ພິ​ທີບູ​ຊາ​ດ່ານ​ນາມ​ຢາວ(​ພິ​ທີບູ​ຊາພາ​ວະ​ນາດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ-ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ສຸກ). ທ່ານ ຫງວຽນ​ວັນ​ເກືອງ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ເນື້ອ​ໃນ​ຂອງ​ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ການ​ສັງ​ເກດ​ກ່ຽວ​ກັບ​ຫວຽດ​ນາມ ພວກ​ເຮົາ ມີ​ມູນ​ເຊື​້ອ​ປະ​ຫວັດ​ສາດ, ອະ​ລິ​ຍະ​ທຳ​ມາ​ແຕ່​ດົນ​ນານ ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ພັດ​ທະ​ນາ​ນັບ​ແຕ່​ສະ​ໄຫມ​ບູ​ຮານ​ມາຮອດ​ປະ​ຈຸ​ບັນ. ນອກນັ້ນ ຍັງ​ມີ​ບັນ​ດາ​ຮູບ​ພາບ, ວັດ​ຖຸ​ພັນ, ບັນ​ດາ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ​ໃນ​ໄລ​ຍະ​ເກືອບ 100 ປີ ຂອງ​ບັນ​ດາ​ນັກ​ຮຽນ​ຮູ້​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກ່ຽວ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ.”

ຂ່າວ/ບົດ​ອື່ນ