ງານໂຮມຊຸມນຸມມິດ ຕິງສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍ ສະຫຼະຊີວິດ ເພື່ອຊາດ

ງານໂຮມຊຸມນຸມມິດ ຕິງສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍ ສະຫຼະຊີວິດ ເພື່ອຊາດ - ảnh 1

ການ​ນຳ​ພັກ, ລັດ​ເຂົ້າຮ່ວມງານໂຮມຊຸມນຸມມິດຕິງ​

(ພາບປະກອບ:ອິນ​ເຕີ​ແນັດ)​

( vovworld ) – ງານໂຮມຊຸມນຸມມິດຕິງສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947-27/7/2012) ໄດ້ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 27/7 ຢູ່ຮ່າໂນ້ຍ ໂດຍມີການ ເຂົ້າຮ່ວມທ່ານເລຂາທິການໃຫ່ຍ Nguyen Phu Trong, ອະດີດເລຂາທິການໃຫ່ຍ Le Kha Phieu, ອະດີດ​ປະທານ​ປະ​ເທດ Tran Duc Luong, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung….ພ້ອມ​ດ້ວຍ​ບັນດາຜູ້ຕາງໜ້າທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽ​ດນາມ​ວິລະ​ຊົນ ຜູ້ຕາງໜ້າ​ປະຊາຊົນ​ທຸກ​ຊັ້ນວັນນະ​ນັບ​ພັນໆ​ຄົນ….

   ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມນຸມ​ມິດ​ຕິງ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຫວນຄືນ​ມູນ​ເຊື້ອ​ການ​ຕໍ່ສູ້​ຢ່າງ​ພິລາດ​ອາດ​ຫານ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ທ່າ​ນ​ເນັ້ນໜັກ​ວ່າ:

   “ບັນດາ​ການເສຍສະຫຼະ, ຄຸນງາມຄວາມດີ​ອັນ​ໃຫ່ຍຫຼວງ​ນີ້ ​ໄດ້​ເຮັດ​ໃຫ້​ຊາດ​ຫວຽດນາມ​ມີ​ຄວາມສະຫງ່າ​ລາສີ, ​ເຂົາ​ເຈົ້າ​ເສຍສະຫຼະ​ຊີວິດ​ເພື່ອ​ການຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​ປະ​ເທດ​ຊາດ. ​ເລືອດ​​ເນື້ອຂອງ​ບັນດາ​ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້​ເຮັດ​ໃຫ້​ຜືນທຸງ​ປະຕິວັດ​ແດງ​ເຮື່ອ​ຂຶ້ນຕື່ມ, ການ​ເສຍສະຫຼະ​ຊີວິດ​ຢ່າງ​ອົງ​ອາດກ້າຫານ​ຂອງ​ບັນດາ​ນັກຮົບ​ແມ່ນ​ເພື່ອຄວາມ​ເປັນ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ. ປະຊາຊົນ​ຫວຽດນາມ ​ຈະ​ຈາລຶກບຸນຄຸນ​ຂອງ​ບັນດາ​ນັກ​ຮົບວິລະ​ຊົນ, ເສຍສະຫຼະ​ຊີວິດ​​ເພື່ອ​ຊາດຕະຫຼອດ​ໄປ“.

 
ງານໂຮມຊຸມນຸມມິດ ຕິງສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍ ສະຫຼະຊີວິດ ເພື່ອຊາດ - ảnh 2

(ພາບ:vinhcity.gov.vn)

   ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ, ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແມ່ນ​ມູນ​ເຊື້ອ​ຫຼັກສິນ​ທຳ “ກິນ​ເຂົ້າຄິດ​ຮອດຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ“ ຂອງ​ຊາດ​ຫວຽດນາມ ​ແລະ ຮຽກຮ້ອງ​ວ່າ:

   “ບັນດາ​ຂັ້ນ, ຂະ​ແໜງ​ການ, ຫົວໜ່ວຍ​ຕ່າງໆ​ຕ້ອງ​ສືບ​ຕໍ່​ຈັດຕັ້ງປະຕິບັດ​ລັດຖະບັນຍັດ​ໃຫ້​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ບັນດາ​ນະ​ໂຍບາຍບຸລິມະສິດ​ທີ່​ກ່ຽວຂ້ອງ​ໃຫ້​ເປັນ​ຢ່າງ​ດີ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ອົບຮົມ, ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ຍາດຕິ​ພີ່​ນອ້ງຂອງ​ເຂົາ​ເຈົ້າ: ສູ້​ຊົນ​ຮອດ​ທ້າຍ​ປີ 2013 ຈະ​ໜູນ​ຊ່ວຍ​ແກ້​ໄຂ​ດ້ານ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດທີ່​ພວມປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເຮືອນ​ຢູ່ໃນ​ຂັ້ນພື້ນຖານ, ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ເຕີມ​ສຳ​ເລັດນະ​ໂຍບາຍ​ໃຫ້​ບຸລິມະສິດ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ, ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິ​ດສັງຄົມ​ຂອງ​ປະ​ເທດ​ຊາດ……

 

  

 

ຂ່າວ/ບົດ​ອື່ນ