ຈັດຕັ້ງການພົບປະສັງສັນບັນດາອົງການການທູດ ແລະ ອົງການສາກົນໃນໂອກາດບູນເຕັດ 2012

ຈັດຕັ້ງການພົບປະສັງສັນບັນດາອົງການການທູດ ແລະ ອົງການສາກົນໃນໂອກາດບູນເຕັດ 2012  - ảnh 1
ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫວູຊວນຮົ່ງ ກ່າວຄຳເຫັນທີ່ການພົບປະສັງສັນ

ຕອນ​ບ່າຍ​ວັນ​ທີ 19/1, ຢູ່​ຮ່​າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ຄະນະ​ກຳມະການ​ວຽກ​ງານ​ກ່ຽວ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ປະ​ເທດຕ່າງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ອົງການ​ຕ່າງປະ​ເທດ ​ແລະ ອົງການ​ສາກົນ​ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ມີ​ໃໝ່​ປະຈຳ​ຊາດ ປີ​ມະ​ໂຣງ 2012. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຫວຽດນາມ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ວົງ​ຄະນະ​ຍາດ​ສາກົນ, ຂອງ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ປະ​ເທດຕ່າງໆ. ທ່ານ​ ຫວູຊວນ​ຮົ່ງ ​ເຊື່ອ​ໝັ້ນ​ວ່າ, ​ໃນ​ປີ 2012, ຫວຽດນາມ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ທີ່​ດີ​ຂອງ​ບັນດາ​ອົງການ​ຕ່າງປະ​ເທດ ​ແລະ ອົງການ​ສາກົນ.

ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານປະ​ເທດ​​ຕ່າງໆປະຈຳ​ຫວຽ​ດນາມ, ທ່ານ Marko Lovrekovic, ຜູ້ອຳນວຍການ​ສູນ​​ຂໍ້​ມູນ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​​ເຊື່ອ​ໝັ້ນ​ວ່າໃນ​ອະນາຄົດສາຍ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຫຼາຍກ່ວາ​ອີກ, ຢືນຢັນ​ປະຊາ​ຄົມອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ປະ​ເທດຕ່າງໆ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຫວຽດນາມ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ