ຈັດຕັ້ງພິທີງານສົບທ່ານເຈືອງກວາງເດືອກອະດິດຮອງປະທານສະພາແຫ່ງຊາດຫວຽດນາມຢ່າງສົມກຽດ

ຈັດຕັ້ງພິທີງານສົບທ່ານເຈືອງກວາງເດືອກອະດິດຮອງປະທານສະພາແຫ່ງຊາດຫວຽດນາມຢ່າງສົມກຽດ - ảnh 1
ພິທີງານສົບທ່ານເຈືອງກວາງເດືອກ
ອະດິດຮອງປະທານສະພາແຫ່ງຊາດຫວຽດນາມຢ່າງສົມກຽດ

(vovworld)- ​ ​ຕອນ​ເຊົ້າ ວັນ​ທີ 1/11, ທີ່ຫ​ໍ​ພິ​ທີງານ​ສົບ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ງານ​ສົບ ທ່ານ ເຈືອງກວາງ​ເດືອກ, ອະ​ດິດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດິດ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຕາມພິ​ທີ​​ການ ຈັດ​ພິ​ທີງານ​ສົບ​ລະ​ດັບ​ລັດ. ຄະ​ນະ​ຜູ້​ແທນ​ບໍ​ລິ​ຫານ​ງານ​ສູນກ​າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ ​ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫ​ຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນກ​າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ; ຄະ​ນະຜູ້​ແທນ​ປະ​ທານ​ປະ​ເທດ ໂດຍ ​ທ່ານ ເຈີ່ນ​ດ້າຍກວາງ​ ປະ​ທານ​ປະ​ເທດ ເປັນ​ຫົວ​ໜ້າ​ຄະ​ນະ; ຄະ​ນະ​ສະ​ພາ​ແຫ່ງ​ຊາດ​ ໂດຍ​ ທ່ານ ນາງ​ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ເປັນ​ຫົວ​ໜ້າ​ຄະ​ນະ; ຄະ​ນະ​ລັດ​ຖະ​ບານ ໂດຍ ທ່ານ ຫງວຽນ​ຊວນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຫົວ​ໜ້າ​ຄະ​ນະ; ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໂດຍ ທ່ານ ຫງວຽນ​ທ້ຽນ​ເຢີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽ​ດນາມ ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ມາໄວ້​ອາ​ໄລ ທ່ານ ເຈືອງກວາງ​ເດືອກ ແລະ ແບ່ງ​ປັນ​ຄວາມ​ເສົ້າ​ສະຫຼົດ​​ໃຈ​ພ້ອມ​ກັບຄອບ​ຄົວຂອງ​ເພີ່ນ​​.

        ເຂົ້າ​​ຮ່ວມ​ພິ​ທີໄວ້​ອາ​ໄລ ທ່ານ ເຈືອງກວາງ​ເດືອກ ແລະ ແບ່ງ​ປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ພ້ອມ​ກັບ​ຄວບ​ຄົວເພີ່ນ ຍັງ​ມີ​ອະ​ດິດບັນ​ດາການ​ນຳ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ການ​ນຳ​ພັກ, ລັດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ສູນ​ກາງ ແລະ ທ້ອງ​ຖິ່ນ ຫຼາຍ​ຄະ​ນະ.

 

ຂ່າວ/ບົດ​ອື່ນ