ຈີນປະກາດປຶ້ມປົກຂຽວກ່ຽວກັບການພັດທະນາວັດທະນະທຳ

ຈີນປະກາດປຶ້ມປົກຂຽວກ່ຽວກັບການພັດທະນາວັດທະນະທຳ - ảnh 1
(ພາບປະກອບ)

(vovworld)- ປຶ້ມປົກ​ຂຽວ “ ບົດ​ລາຍ​ງານ​ພັດທະນາ​ວັດທະນະທຳ​ຈີນ - 2014 ” ທີ່​ປະກາດ​ເມື່ອ​ວັນ​ທີ 17/4 ​ໃຫ້​ຮູ້​ວ່າ : ​​ໃນ​ໄລຍະ 2010 – 2012, ຂະ​ແໜງ​ວັດທະນະທຳ​ຂອງ​ຈີ​ນ ​ໄດ້​ກຳ​ເອົາ​ກາລະ​ໂອກາດ​ຍຸດ​ທະ​ສາດ, ດັ່ງ​ນັ້ນ​ໄດ້​ຍາດ​ເອົາ​ບັນດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ. ​ເດືອນ 9/2009, ກອງ​ປະຊຸມ​ຄະນະ​ລັດຖະບານ​ຈີນ ​ໄດ້​ຮັບຮອງ​ເອົາ “ ​ແຜນ​ກຳນົດ​ປັບປຸງ​ພາລະກິດ​ວັດທະນະທຳ” ຊຶ່ງ​ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ວັດທະນະທຳ​ຈີນ​ໄດ້​ຫັນ​ທິດ​ຈາກ​ຂະ​ແໜງ​ອາຊີບ​ຫັດຖະກຳ​ມາ​ເປັນ​ພາລະກິດ​ເສົາ​ຄ້ຳ​ຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ. ມາ​ຮອດ​ປະຈຸ​ບັນ, ວັດທະນະທຳ​ໄດ້​ກາຍ​ເປັນ​ພາກສ່ວນທີ່​ສຳຄັນ​ໃນ​ການ​ຍູ້​​ໄວ​ການ​ຫັນປ່ຽນ​ແບບ​ວິທີ​ເຕີບ​ໂຕ​ເສດຖະກິດ. ຕາມ​ຕົວ​ເລກ​ສະ​ຖີຕິ, ​ໃນ​ເກືອບ 3 ປີ​ມໍ່ໆ​ມາ​ນີ້, ລະດັບ​ການ​ເຕີບ​ໂຕ​ສະ​ເລ່ຍກ່ຽວ​ກັບ​ມູນ​ຄ່າ​ເພີ່ມ​ໃນ​ແຕ່ລະ​ປີ​ຂອງ​ຂະ​ແໜງ​ວັດທະນະທຳ​ຈີນ​ໄດ້​ລື​ນກາຍ 20% ​ແລະ ນັບ​ມື້​ນັບ​ກວມ​ອັດຕາ​ສ່ວນ​ສູງ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ