ຈີນ​ຢັ້ງ​ຢື​ນວ່າ ​ຂ​ໍ້​ຕົກ​ລົງ​ດ້ານ​ການ​ຄ້າກັບ​ອາ​ເມ​ລິ​ກາມ​ີ​ຄວາມ​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 15 ຕຸລາ, ທ່ານ ເກີງຊວາງ ໂຄສົກກະຊວງການຕ່າງປະເທດຈີນ ຢັ້ງຢືນວ່າ ບໍ່ມີ “ຄວາມແຕກຕ່າງກັນ” ໃດກັບອາເມລິກາໃນການມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງດ້ານການຄ້າ.

ກ່ອນໜ້ານັ້ນ, ພາຍຫຼັງການພົບປະກັບທ່ານ ລຽວເຄືອ  ຮອງນາຍົກລັດຖະມົນຕີ ຈີນ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດວ່າ ວໍຊິງຕັນ ແລະ ປັກກິ່ງບັນລຸໄດ້ຂໍ້ຕົກລົງດ້ານການຄ້າທີ່ດີພໍສົມຄວນຢູ່ ໃນໄລຍະທີ 1 ກ່ຽວກັບ ຊັບສິນທາງປັນຍາ, ການບໍລິການດ້ານການເງິນ ແລະ ການຊື້ - ຂາຍຜະລິດຕະພັນ ກະເສດດ້ວຍປະລິມານຫຼາຍ. ທ່ານ Donald Trump ໃຫ້ຮູ້ວ່າ ສອງຝ່າຍພວມກ້າວເຂົ້າໃກ້ ຂໍ້ຕົກລົງຢຸດຕິສົງຄາມການຄ້າ ແລະ ຈະຕ້ອງໃຊ້ເວລາປະມານ 5 ອາທິດຕື່ມອີກເພື່ອສາມາດບັນລຸໄດ້ຂໍ້ຕົກລົງທີ່ເປັນລາຍລັກອັກສອນ. ເຖິງຢ່າງໃດກໍ່ຕາມ, ຝ່າຍຈີນ ພຽງແຕ່ຢັ້ງຢືນວ່າ ບັນລຸໄດ້ຄວາມຄືບໜ້າເທົ່ານັ້ນ ແຕ່ບໍ່ໄດ້ເວົ້າວ່າ ບັນລຸໄດ້ຂໍ້ຕົກລົງໃດໃນກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ