ຈີນ-ລັດເຊຍເພີ່ມທະວີການຮ່ວມມື ດ້ານການປ້ອງກັນຄວາມສະຫງົບຍຸດທະສາດ
Xuan Dan ນັກຂ່າວ VOV ປະຈຳຈີນ -  
(ພາບປະກອບ:vntime.vn)
(vovworld) - ໃນວັນທີ 8-9/1, ທ່ານເລຂາສະພາປ້ອງກັນຄວາມສະຫງົບລັດເຊຍ Nikolai Patrushev ໄດ້ໄປຢ້ຽມຢາມປັກກິງ ແລະ ເຂົ້າຮ່ວມການເຈລະຈາກ່ຽວກັບການປ້ອງກັນຄວາມສະຫງົບຍຸດທະສາດລະຫວ່າງຈີນ-ລັດເຊຍ ຄັ້ງທີ 8. ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນເມື່ອວັນທີ 7/1, ທ່ານຫົງເລີຍ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ຕາມແຜນການ, ສອງຝ່າຍຈະດຳເນີນການປຶກສາຫາລືກ່ຽວກັບການເພີ່ມທະວີການປະສານງານ ແລະ ການຮ່ວມມືສອງຝ່າຍກ່ວາອີກໃນບັນດາບັນຫາການປ້ອງກັນຄວາມສະຫງົບຍຸດທະສາດ, ບັນດາຄວາມຂົ່ມຂູ່ຈາກອາດຊະຍາກຳຂ້າມຊາດ ແລະ ບັນດາບັນຫາສາກົນ ແລະ ພາກພື້ນຊື່ງສອງຝ່າຍມີຄວາມສົນໃຈ.
Xuan Dan ນັກຂ່າວ VOV ປະຈຳຈີນ