ຈີນ ກ່າວຟ້ອງ ອາເມລິກາ ລະເມີດຂໍ້ກຳກົດຂອງ WTO ເມື່ອຖອນກົດລະບຽບການຄ້າພິເສດສຳລັບຮົ່ງກົງ

(VOVWORLD) -ອາເມລິກາ ຈະຍົກເລີກບັນດາບຸລິມະສິດດ້ານການຄ້າພິເສດທີ່ໄດ້ສະຫງວນໃຫ້ຮົ່ງກົງ, ພາຍຫຼັງທີ່ປັກກິງ ຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງຮົ່ງກົງ.

ຈີນ ກ່າວຟ້ອງ ອາເມລິກາ ລະເມີດຂໍ້ກຳກົດຂອງ WTO ເມື່ອຖອນກົດລະບຽບການຄ້າພິເສດສຳລັບຮົ່ງກົງ - ảnh 1ໂຄສົກກະຊວງການຄ້າຈີນ ກາວເຟິງ

(ພາບ: AP)

ວັນທີ 04 ມິຖຸນາ, ໂຄສົກກະຊວງການຄ້າຈີນ ກາວເຟິງ ໄດ້ຢືນຢັນວ່າ, ຂໍ້ຕົກລົງຂອງອາເມລິກາ ວ່າດ້ວຍການຖອນກົດລະບຽບການຄ້າພິເສດສຳລັບເຂດປົກຄອງພິເສດຮົ່ງກົງ (ຈີນ) ແມ່ນລະເມີດຂໍ້ກຳກົດຂອງອົງການການຄ້າໂລກ (WTO).

ກ່ອນໜ້ານັ້ນ, ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ, ອາເມລິກາ ຈະຍົກເລີກບັນດາບຸລິມະສິດດ້ານການຄ້າພິເສດທີ່ໄດ້ສະຫງວນໃຫ້ຮົ່ງກົງ, ພາຍຫຼັງທີ່ປັກກິງ ຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງຮົ່ງກົງ. ເລື່ອງຖອນກົດລະບຽບດັ່ງກ່າວຈະສົ່ງຜົນສະທ້ອນເຖິງສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍ 2 ຝ່າຍ, ບັນດາການພົວພັນດ້ານການຄ້າ ແລະ ຄວບຄຸມການສົ່ງອອກລະຫວ່າງອາເມລິກາ ກັບສູນການເງິນຂອງເຂດອາຊີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ