ຈີນ, ຟິລິບປິນ ເຫັນດີຍົກລະດັບການພົວພັນຂຶ້ນສູ່ການພົວພັນຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) -ວັນທີ 20 ພະຈິກ, ໃນຂອບເຂດການຢ້ຽມຢາມ ຟີລິບປິນ ຂອງ ທ່ານປະທານປະເທດຈີນ ສີຈິ້ນຜິງ, ການນໍາສອງປະເທດເຫັນດີຍົກລະດັບການພົວພັນຂຶ້ນສູ່ການພົວພັນຮ່ວມມືຍຸດທະສາດຮອບດ້ານ.

ຈີນ, ຟິລິບປິນ ເຫັນດີຍົກລະດັບການພົວພັນຂຶ້ນສູ່ການພົວພັນຮ່ວມມືຍຸດທະສາດຮອບດ້ານ - ảnh 1 ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte (ພາບ: TTXVN)

ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງການເຈລະຈາລະຫວ່າງທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte. ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໃຫ້ຮູ້ວ່າ ໃນການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນທາງການຄ້າ ແລະ ການລົງທຶນ ພວມນັບມື້ນັບພັດທະນາລະຫວ່າງສອງປະເທດ, ກໍຄືເລື່ອງ ຈີນ ເຂົ້າຮ່ວມບັນດາໂຄງການວາງແຜນຜັງພື້ນຖານໂຄງ ລ່າງ ທີ່ມີຊື່ວ່າ “ກໍ່ສ້າງ, ກໍ່ສ້າງ ແລະ ກໍ່ສ້າງ” ຢູ່ ຟີລິບປິນ.

        ສ່ວນທ່ານປະທານປະເທດຈີນ ສີຈິ້ນຜິງ ໃຫ້ຮູ້ວ່າ ທ່ານ ແລະ ທ່ານ ປະທານາທິບໍດີ ຟີລິບປິນ Duterte ໄດ້ເຫັນດີ ຈະຍົກລະດັບການພົວພັນຂຶ້ນສູ່ການພົວພັນຮ່ວມມືຍຸດທະສາດຮອບດ້ານ, ກໍຄືຈະສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງບໍ່ທັນລົງລອຍກັນ.

        ກ່ອນໜ້ານັ້ນ, ການນໍາສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືຈໍານວນ 29 ສະບັບ ໃນຫຼາຍຂົງເຂດ, ໃນນັ້ນມີດ້ານການສຶກສາ, ວັດທະນະທໍາ ແລະ ການພັດທະນາເຂດອຸດສາຫະກໍາ ເພື່ອແນໃສ່ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ  ກໍຄືບັນດາສະຫະກອນກະສິກໍາ.

ຕອບກັບ

ຂ່າວ/ບົດ​ອື່ນ