ຈີນ ຢືນຢັນວ່າໄດ້ດຳເນີນການໂອ້ລົມທາງໂທລະສັບຂັ້ນສູງກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງການຄ້າ

(VOVWORLD) - ຈີນ ຢືນຢັນວ່າ ໄດ້ດຳເນີນການໂອ້ລົມທາງໂທລະສັບຂັ້ນສູງກັບ ອາເມລິກາ ໃນຕອນຄ່ຳວັນທີ 25 ຕຸລາ ແລະ ບັນລຸໄດ້ຄວາມຮັບຮູ້ລວມບາງຢ່າງກ່ຽວກັບຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງ 2 ຝ່າຍ.
ຈີນ ຢືນຢັນວ່າໄດ້ດຳເນີນການໂອ້ລົມທາງໂທລະສັບຂັ້ນສູງກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງການຄ້າ - ảnh 1  ທ່ານ Robert Lighthizer, ທ່ານ ລຽວເຄືອ ແລະ ທ່ານ Steven Mnuchin ພາບ: Kyodo/TTXVN)

        ທ່ານ ລຽວເຄືອ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເຈລະຈາ ຈີນ ຮັບຜິດຊອບການເຈລະຈາດ້ານເສດຖະກິດຮອບດ້ານລະຫວ່າງ ຈີນ ແລະ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ.

        ສື່ມວນຊົນ ຈີນ ໃຫ້ຮູ້ວ່າ: 2 ຝ່າຍໄດ້ເຫັນດີເປັນເອກະພາບແກ້ໄຂບັນດາຄວາມວິຕົກກັງວົນໃນແຕ່ລະຝ່າຍຢ່າງສົມເຫດສົມຜົນ  ພ້ອມທັງຢືນຢັນວ່າ 2 ຝ່າຍໄດ້ “ສຳເລັດໂດຍພື້ນຖານ” ການປຶກສາຫາລືທີ່ມີລັກສະນະເຕັກນິກກ່ຽວກັບສ່ວນໜຶ່ງໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ