(ພາບ:cafef.vn)
(vovworld)- ວັນທີ 8/4, ທ່ານນາງ Julia Gillard ນາຍົກລັດຖະມົນຕີອົດສະຕາລີ ໃຫ້ຮູ້ວ່າ: ຈີນ ແລະ ອົດສະຕາລີ ບັນລຸໄດ້ຂໍ້ຕົກລົງອະນຸຍາດໃຫ້ແລກປ່ຽນເງິນຂອງສອງປະເທດໂດຍກົງ. ນີ້ແມ່ນໜຶ່ງໃນບັນດາບາດກ້າວເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າສອງຝ່າຍ. ທ່ານນາງ Julia Gillard ໃຫ້ຮູ້ວ່າ: ສະກຸນເງິນຂອງອົດສະຕາລີ ແລະ ຈີນ ຈະຖືກແລກປ່ຽນໂດຍກົງເປັນຄັ້ງທຳອິດຢູ່ປະເທດຈີນ. ຂໍ້ຕົກລົງດັ່ງກ່າວອະນຸຍາດໃຫ້ແລກປ່ຽນສະກຸນເງິນໂດລາອົດສະຕາລີ ແລະ ເງິນຢວນຂອງຈີນ ໂດຍກົງຫາກບໍ່ຕ້ອງໃຊ້ເງິນໂດລາສະຫະລັດເປັນກາງອີກ, ສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາໃຫ້ແກ່ການເຄື່ອນໄຫວດ້ານການຄ້າຕ່າງປະເທດ ແລະ ຫລຸດຜ່ອນຄ່າທຸລະກຳຕ່າງໆ.