ຈີນ ແລະ ອິນໂດເນເຊຍ ຮຽກຮ້ອງມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ

ຈີນ ແລະ ອິນໂດເນເຊຍ ຮຽກຮ້ອງມານະພະຍາຍາມຮັກສາສັນຕິພາບຢູ່ທະເລຕາເວັນອອກ - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ພິງ
(ພາບ: AP)

(vovworld) – ​ໃນ​ຖະ​ແຫຼ​ງການ​ທີ່​ມີ​ຫົວ​ຂໍ້​ວ່າ “ທິດ​ທາງ​ອະນາຄົດ​ຂອງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ອິນ​ໂດ​ເນ​ເຊຍ”, ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເປັນ​ເວລາ 2 ວັນ​ເຖິງ​ ອິນ​​ໂດ​ເນ​ເຊຍ, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ພິງ ​ແລະ ທ່ານ​ປະທານາທິບໍດີ ອິນ​​ໂດ​ເນ​ເຊຍ Susilo Bambang Yudhoyono ​ເນັ້ນ​ໜັກ​ວ່າ: ຈີນ, ອິນ​ໂດ​ເນ​ເຊຍ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ອື່ນ​ໆຈະ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົນ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ຮ່ວມ​ມື ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເຮັດ​ວຽກ​​ນຳ​ກັນເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສຸດ​ທ້າຍ​ແມ່ນ​ຮັບຮອງ​ເອົາ​ຂໍ້ກຳນົດ​​ກ່ຽວ​ກັບ​ການ​ປະພຶດ​ຕໍ່ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ​ໂດຍ​ອີງ​ຕາມ​ຫຼັກການ ​ແລະ ຈິດ​ໃຈ​ຂອງ DOC.

ຂ່າວ/ບົດ​ອື່ນ