ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ
ມີເຮືອນປະມານ 20.000 ຫຼັງຖືກພັງຖະຫຼົ່ມ
ໃນເຫດແຜ່ນດິນໄຫວຢູ່ປາກິດສະຖານ( (
(ພາບ: AFP)
|
(Vovworld)- ບັນດາເຈົ້າໜ້າທີ່ແຂວງ ບາວລູຈິດສະຖານ ແຫ່ງປະເທດ ປາກິດສະຖານໄດ້ປະກາດເມື່ອວັນທີ 27/9 ວ່າ : ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວຢູ່ປາກິດສະຖານໄດ້ເພີ່ມຂຶ້ນເປັນ 515 ຄົນ, ແລະ ມີເຮືອນປະມານ 20.000 ຫຼັງຖືກພັງຖະຫຼົ່ມ. ໃນຂະນະນັ້ນ, ບັນດາກຸ່ມປະກອບອາວຸດໄດ້ກ່າວເຕືອນຈະບຸກໂຈມຕີຕໍ່ການເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນຢູ່ເຂດຮັບຜົນສະທ້ອນ. ດັ່ງນັ້ນບັນດາເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນກໍໄດ້ປະສົບກັບຄວາມຫຍຸ້ງຍາກ. ມີເຮືອບິນເອລີກອບເຕີຫຼາຍລຳກໍໄດ້ຖືກບຸກໂຈມຕີໃນ 2 ມື້ທີ່ຜ່ານມາ ແລະ ການເຄື່ອນໄຫວຊ່ວຍບັນເທົ່າທຸກໃຫ້ແກ່ປະຊາຊົນຢູ່ຫຼາຍບໍລິເວນຢູ່ແຫ່ງຕ່າງໆທີ່ຫ່າງໄກສອກຫຼີກກໍປະສົບກັບຄວາມຫຍຸ້ງຍາກ.