(vovworld) - ວັນທີ 28/3, ຢູ່ອາເມລິກາ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງສະຖານທູດບັນດາປະເທດພວມເຂົ້າຮ່ວມການເຈລະຈາສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຟິກ (ຫຼື TPP) ແລະ ສະຫະພັນບັນດາສະມາຊິກສະພາແຫ່ງຊາດພັກປະຊາທິປະໄຕໃໝ່ຢູ່ພະສາຕ່ຳອາເມລິກາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ Nguyen Quoc Cuong ເນັ້ນໜັກວ່າ: ການພັດທະນາຂະຫຍັນຂັນເຄື່ອນຂອງທົ່ວພາກພື້ນອາຊີ - ປາຊີຟິກ ດ້ວຍຈຳນວນບັນດາສັນຍາການຄ້າເສລີທີ່ໄດ້ຮັບການລົງນາມ ເພີ່ມຂຶ້ນສູງ ຈາກ 3 ສະບັບໃນປີ 2000 ຂຶ້ນເຖິງ 45 ສະບັບໃນປີ 2010 ແລະ ປະຈຸບັນພວມສືບຕໍເຈລະຈາສັນຍາອື່ນອີກ 84 ສະບັບ, ໃນນັ້ນ TPP ແມ່ນສັນຍາການຄ້າເສລີທີ່ມີຄວາມສຳຄັນອັນດັບໜຶ່ງສຳລັບບັນດາປະເທດສະມາຊິກ. ທ່ານເອກອັກຄະລັດຖະທູດ Nguyen Quoc Cuong ຢືນຢັນຄວາມຕັດສິນໃຈສູງຂອງຫວຽດນາມໃນການເຈລະຈາ TPP, ພ້ອມທັງສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດໃນກຸ່ມສະຫະພັນປະຊາທິປະໄຕໃໝ່ສະໜັບສະໜູນເລື່ອງອາເມລິກາສະຫງວນຂໍ້ກຳນົດໃຫ້ບຸລິມະສິດພາສີອາກອນພິເສດ ແລະ ຮັບຮອງກົດລະບຽບເສດຖະກິດການຕະຫຼາດໃຫ້ແກ່ຫວຽດນາມ. ຕາງໜ້າໃຫ້ສະຫະພັນບັນດາສະມາຊິກພັກປະຊາທິປະໄຕໃໝ່, ທ່ານJim Himes, ສະມາຊິກສະພາຕ່ຳ, ຮອງປະທານສະຫະພັນ ຢືນຢັນການສະໜັບສະໜູນຂອງກຸ່ມທີ່ມີຕໍບັນດາຄວາມມານະພະຍາຍາມຊຸກຍູ້ຫັນເປັນການຄ້າເສລີ, ໃນນັ້ນມີສັນຍາ TPP.