ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ສິງ​ກະ​ໂປ ຊຽວ​ຈູງ​ສຽນ
ພາບ:infonet.vn

(vovworld)-​​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12-14/9, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖ​ະ​ມົນ​ຕີ​ປະ​ສານ​ງານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ສິງ​ກະ​ໂປ ຊຽວ​ຈູງ​ສຽນໄດ້​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ໃນ​ຕອນ​ບ່າຍ​ວັນ​ທີ 12/9. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ ພ້ອມ​ກັນ​ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປ​ຽບ ໂດຍ​ສັນ​ຍາ​ຂ້າມ​ປາ​ຊີ​ຟີກ ນຳ​ມາ​ໃຫ້ ເມື່ອ​ນຳ​ເຂົ້າ​ຜັນ​ຂະ​ຫຍາຍ ແລະ ເພ​ີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ສານ, ຕຸ​ລາ​ການ, ກົດ​ໝາຍ, ການ​ສຶກ​ສາ​ບຳ​ລຸ​ງ​ສ້າງ, ວັດ​ທະ​ນະ​ທຳ ແລະ ການ​ທ​ອ່ງ​ທ່ຽວ. ຮ​ອງນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານເຫັນ​ດີ ສືບ​ຕໍ່​ສົມ​ທົບ​ກັນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ເປັນ​ຕົ້ນ​ໃນ ອາ​ຊຽນ ແລະ ສ​ປ​ຊ. ສອງ​ຝ່າຍ​ເຫັນ​ດີ ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ຢືນ​ຢັນ​ຫລັກ​ໝັ້ນ​ລວມ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ພາກ​ພື້ນ, ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຫັນ​ດີ​ຊຸກ​ຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ.

ຕອບກັບ

ຂ່າວ/ບົດ​ອື່ນ