(vovworld) - ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຈະໄປຢ້ຽມຢາມທາງລັດຖະກິດເຖິງຈີນ ແຕ່ວັນທີ 19 – 21/06, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຫງວຽນວັນເທີ ໄດ້ຕອບສຳພາດຕໍ່ນັກຂ່າວຫວຽດນາມ ແລະ ຈີນ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການພົວພັນລະຫວ່າງຫວຽດນາມ - ຈີນ. ທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ໃຫ້ຮູ້ວ່າ, ໃນໄລຍະຢູ່ຢ້ຽມຢາມຈີນ, ທ່ານປະທານປະເທດເຈືອງເຕີນຊາງ ຈະມີການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສື່ຈິນພິງ ແລະ ພົບປະກັບບັນດາການນຳຂັ້ນສູງຂອງຈີນ, ແລກປ່ຽນຄຳເຫັນກ່ຽວກັບບັນດາມາດຕະການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ເລິກເຊິ່ງກວ່າ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ແລ້ວ, ໃນ 3 ບັນຫາໃຫຍ່ທີ່ຍັງຄົງຂ້າງໂດຍປະຫວັດສາດປະໄວ້ນັ້ນ, 2 ປະເທດແກ້ໄຂໄດ້ 2 ບັນຫາແລ້ວນັ້ນແມ່ນ ເສັ້ນຊາຍແດນທາງບົກ ແລະ ອ່າວພາກເໜືອ. ປະຈຸບັນ 2 ປະເທດຍັງມີຄວາມບໍ່ລົງລອຍກັນໃນບັນຫາທະເລຕາເວັນອອກ. ການນຳຂັ້ນສູງ 2 ປະເທດບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາຫຼັກການເປັນພື້ນຖານ ຊີ້ນຳແກ້ໄຂບັນຫາທະເລບົນພື້ນຖານຍືດໝັ້ນຜ່ານການເຈບະຈາມິດຕະພາບ, ການແລກປ່ຽນຢ່າງກົງໄປກົງມາ, ສະເໝີພາບ, ເຄົາລົບຜົນປະໂຫຍດຂອງກັນ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ກ້າວໄປເຖິງ ປະມວນລະບຽບການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).
ທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງ 2 ປະເທດ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - ຈີນ ຈະນັບມື້ນັບພັດທະນາທັງທາງດ້ານຈຳນວນ ແລະ ຄຸນນະພາບ ໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເຂົ້າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ.