ທ່ານເອກອັກຄະລັດຖະທູດ ດ່າວແທ່ງຈູງ
(ພາບ: Nguyễn Tùng/TTXVN)
|
(vovworld) – ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດລະດູບານໃໝ່ ປີມະແມ 2015 (ບຸນເຕັດ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ດ່າວແທ່ງຈູງ ໃຫ້ຮູ້ວ່າ: ປີ 2014 ຜ່ານມາ, ເຖິງວ່າສະພາບການຢູ່ພາກພື້ນມີການຜັນແປຢ່າງສັບສົນ ແລະ ກາຍເປັນຈຸດຮ້ອຍເຮັ່ງຂາດສະຖຽນລະພາບໃນໂລກກໍ່ຕາມ, ແຕ່ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ມານະພະຍາຍາມຜ່ານຜ່າທຸກໆຄວາມຫຍຸ້ງຍາກ ແລະ ບັນລຸໄດ້ບັນດາຜົນງານຮອບດ້ານ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ໃນປີ 2015, ຕາມທ່ານເອກອັກຄະລັດຖະທູດ ດ່າວແທ່ງຈູງ ແລ້ວ, ອົງການຕາງໜ້າການທູດ ຫວຽດນາມ ປະຈຳ ອີຢິບ ໄດ້ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະກອບສ່ວນເຂົ້າໃນຜົນງານລວມສະເຫຼີມສະຫຼອງບັນດາວັນບຸນໃໝ່ຂອງປະເທດຊາດ. ໃນນັ້ນ, ວຽກງານການທູດເສດຖະກິດຈະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດດ້ວຍຄາດໝາຍສູ້ຊົນຍົກວົງເງິນການຄ້າ 2 ຝ່າຍຂຶ້ນລະດັບ 450 ລ້ານ USD.