ຊຸກຍູ້ການພົວພັນ ມິດຕະພາບຫວຽດນາມ- ຍີ່ປຸ່ນກ່ວາອີກ

ຊຸກຍູ້ການພົວພັນ ມິດຕະພາບຫວຽດນາມ- ຍີ່ປຸ່ນກ່ວາອີກ - ảnh 1

(ພາບ: tohuyrua.net)

(vovworld)-  ວັນ​ທີ 1/8, ຄະນະ​ຜູ້​ແທນ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ ​ໂດຍ​ທ່ານ​ໂຕ​ຮູ​ຍ​ເຣືອ ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​ກອມມູນິດ​ຫວຽດນາມ, ປະທານ​ກຸ່ມສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ໂອກາດ​ສະ​​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 1/8, ທ່ານ​ປະທານ​ສະພາ​ຕ່ຳ​ຍີ່​ປຸ່ນ Bunmei Ibuki ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ໂຕ​ຮູ​ຍ​ເຣືອ ​ແລະ ບັນດາ​ສະມາຊິກກຸ່ມສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ຕ່ຳ​ຍີ່​ປຸ່ນ Bunmei Ibuki ປາດ​ຖະໜາ​ວ່າ ປີ 2013 ຈະ​ກາຍ​ເປັນ​ຂີດ​ໝາຍ​​ແຫ່ງ​ການ​ພັດທະນາ​​ກະ​ໂດດ​ຂັ້ນຂອງ​ສາຍ​ພົວພັນອັນ​ສະໜິດສະໜົມ​ລະຫວ່າງ​ສອງ​ປະ​ເທດ. ສ່ວນທ່ານ​ໂຕ​ຮູ​ຍ​ເຣືອ ຫວັງ​ວ່າ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ອັນ​ດີງາມ​​ລະຫວ່າງ​ສອງ​ປະ​ເທດໃນ​ປະຈຸ​ບັນ​ໃນ​ທຸກ​ຂົງ​ເຂດ.

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ກຸ່ມສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ ​ໄດ້​ມີ​ກາ​ນ​ເຮັດ​ວຽກ​ກັບ​ພັນທະ​ມິດລັດຖະສະພາ​ມິດຕະພາບຍີ່ປຸ່ນ-​​ຫວຽດນາມ ຊື່​ງລວມມີ​ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ຂຶ້ນ​ກັບ​​ພັກ​ການ​ເມືອງ​ຕ່າງໆຂອງ​ຍີ່ປຸ່ນ. ນະ​ທີ່​ນີ້, ທ່ານ Toshihiro Nikai ປະທານ​ພັນທະ​ມິດລັດຖະສະພາ​ມິດຕະພາບຍີ່ປຸ່ນ-​​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຂຶ້ນ​ກັບ​ບັນດາ​ພັກ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ ​ແຕ່​ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ຂອງ​ສະພາ​ແຫ່ງ​ຊາດ​ຍີ່ປຸ່ນ ເກືອບ​ທັງ​ໝົດລ້ວນ​ແຕ່​ມີ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດນາມ ກ່ວາ​ອີກ./.

ຂ່າວ/ບົດ​ອື່ນ