ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: baomoi.com)
|
(vovworld) - ໂດຍໄດ້ຮັບການອະນຸຍາດຂອງນາຍົກລັດຖະມົນຕີ, ກະຊວງຍຸຕິທຳ ຫວຽດນາມ ໄດ້ເຊື້ອເຊີນຄະນະພະນັກງານກະຊວງຍຸຕິທຳ ຈີນ ໂດຍທ່ານ ລູແອງໄກວ, ຫົວໜ້າການເມືອງກະຊວງຍຸຕິທຳ ຈີນ, ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 21 – 24/9/2016. ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອແນໃສ່ສຳຫຼວດກ່ຽວກັບລະບົບກົດໝາຍ ຫວຽດນາມ, ພິເສດແມ່ນເລື່ອງໂຄສະນາກົດໝາຍ, ຄຸ້ມຄອງ ແລະ ບຳລຸງສ້າງພະນັກງານຕຸລາການ. ທີ່ການຕ້ອນຮັບຄະນະກະຊວງຍຸຕິທຳ ຈີນ ໃນຕອນເຊົ້າວັນທີ 22/9, ທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຢັ້ງຢືນ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ທ່ານຫົວໜ້າການເມືອງກະຊວງຍຸຕິທຳ ຈີນ ລູແອງໄກວ ຖືວ່າ: 2 ປະເທດຄວນສືບຕໍ່ພັດທະນາການພົວພັນຮ່ວມມື, ຕິດພັນເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.