ຊຸກຍູ້ຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ແອນຊານວາດໍ
(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ດົນຕວນຟອງ, ເລຂາທິການໃຫຍ່ ທັງເປັນ ຮອງປະທານຮັບຜິດຊອບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO), ຕ້ອນຮັບ ທ່ານ Carlos Castaneda ຮອງລັດຖະມົນຕີກະຊວງການຕ່າງປະເທດ ແອນຊານວາດໍ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ Carlos Castaneda ຮອງລັດຖະມົນຕີກະຊວງການຕ່າງປະເທດ ແອນຊານວາດໍ (ຢູ່ກາງ) ແລະ ຄະນະຜູ້ແທນ VUFO |
ທີ່ການຕ້ອນຮັບ, ທ່ານ ຮອງປະທານ ດົນຕວນຟອງ ຖືວ່າ: ໂດຍການພົວພັນທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດແຕ່ຊຸມປີ 80 ຂອງສະຕະວັດກ່ອນ, ສອງປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮອບດ້ານກວ່າອີກ, ໃນນັ້ນມີການເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ. ທ່ານ ດົນຕວນຟອງ ສະເໜີ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແອນຊານວາດໍ ຊ່ວຍເຫຼືອແນະນຳບັນດາອົງການຈັດຕັ້ງຄູ່ຮ່ວມມືໃຫ້ຄະນະກຳມະການສາມັກຄີ ກັບ ປະຊາຊົນ ແອນຊານວາດໍທີ່ສັງກັດ VUFO ເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງສອງຝ່າຍ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ Carlos Castaneda ຢືນຢັນວ່າ: ຄວາມສາມັກຄີ ແລະ ມິດຕະພາບ ແມ່ນພື້ນຖານເພື່ອສ້າງເປັນການພົວພັນຍາວນານ ແລະ ໝັ້ນຄົງ ລະຫວ່າງ ແອນຊານວາດໍ ແລະ ຫວຽດນາມ.