ຊຸມວັນວັດທະນະທຳຍີ່ປຸ່ນຢູ່ແຂວງແທງຮ໋ວາ

ຊຸມວັນວັດທະນະທຳຍີ່ປຸ່ນຢູ່ແຂວງແທງຮ໋ວາ - ảnh 1
ການ​ສະ​ແດງ​ຕີ​ກອງ
(ພາບ: nhandan.com)

(vovworld) – ຕອນ​ຄ່ຳ​ວັນ​ທີ 9/1, ທີ່​ໂຮງ​ລະ​ຄອນ ລາມ​ເຊີນ (ແຂວງ ແທງ​ຮ໋​ວາ), ກົມ​ຮ່ວມ​ມື​ສາ​ກົນ, ສູນ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ ສົ​ມ​ທົບ​ກັບ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ ແຂວງ ແທງ​ຮ໋​ວາ ຈັດ​ຕັ້ງ​ພິ​ທີ​ໄຂ “ຊຸມ​ວັນ​ວັດ​ທະ​ນະ​ທຳ ຍີ່​ປຸ່ນ ຢູ່ ແທງ​ຮ໋​ວາ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ປະ​ຊາ​ຊົນ​ແທງ​ຮ໋​ວາ ເວົ້າ​ສະ​ເພ​າ​ະ, ຫວຽດ​ນາມ ເວົ້າ​ລວມ​ກັບ​ປະ​ຊາ​ຊົນ ຍີ່​ປຸ່ນ. ໃນ​ຂອບ​ເຂດ​ຂອງ​ລາຍ​ການ “ຊຸມ​ວັນ​ວັດ​ທະ​ນະ​ທຳ ຍີ່​ປຸ່ນ ຢູ່ ແທງ​ຮ໋​ວາ” ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ​ການພົ​ວ​​ພັນ​ແລກ​ປ່ຽນ ແລະ ສອນ​ຕີ​ກອງ, ສອນ​ຟ້ອນ​ໃຫ້​ຜູ້​​ຊົມ, ສາຍ​ຟິມ​ຂອງ​ຍີ່​ປຸ່ນ, ວາງ​ສະ​ແດງ​ແນະ​ນຳ​ວັດ​ທະ​ນະ​ທຳ ຍີ່​ປຸ່ນ…


ຂ່າວ/ບົດ​ອື່ນ