ຊຸມວັນຫວຽດນາມຢູ່ Venice

ຊຸມວັນຫວຽດນາມຢູ່ Venice - ảnh 1

(ພາບ:tinvip.mobi)

(vovworld)-  ສືບຕໍ່​ລາຍການ “ຊຸມ​ວັນ​ຫວຽດນາມ​ຢູ່​ອີ​ຕາ​ລີ”, ​ເນື່ອ​ງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ຕອນ​ຄ່ຳວັນ​ທີ 14/6, ສະຖານທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ Venice ​ແລະ ສະມາຄົມ​ມິດຕະພາບ​ອີ​ຕາ​ລີ-​ຫວຽ​ດນາມ ຈັດ​ພິທີ​ແນະນຳ “ຊຸມ​ວັນ​ຫວຽດນາມ​ຢູ່ Venice” ​ແລະ ​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ນ້ຳ​ໃຈ​ສາມັກຄີ​ອີ​ຕາ​ລີ-​ຫວຽດນາມ ​ໃນ​ຊຸມ​ປີ 1960-1970 ຢູ່ນະຄອນ Venice. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ບຸ່ຍ​ແທງ​ເຊີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເນັ້ນໜັກ​ວ່າ: ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຕາ​ລີ ​​ມີ​ມາ​ແຕ່​ດົນ​ນານ ​ແລະ ​ໄດ້ຮັບການ​ພັດທະນາ​ພິ​ເສດ​ໃນ 40 ປີຜ່ານມາ. ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ​ຫວຽ​ດນາມ ຢູ່ Venice ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງຈະ​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ຊື່​ງປະຊາຊົນ​ສອງ​ປະ​ເທດ​ໄດ້​ສ້າງ​ຂຶ້ນ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຕະຫຼອດ​ໄລຍຜ່ານ​ມາ. ສ່ວນ​ທ່ານ Giorgio Orsoni ​ເຈົ້າຄອງ​ນະຄອນ ​Venice ​ໃຫ້​ຮູ້​ວ່າ: ອີ​ຕາ​ລີ ​ເວົ້າລວມ ​ແລະ ນະຄອນ Venice ​ເວົ້າສະ​ເພາະ ຍາມ​ໃດ​ກໍ່​ສະໜັບສະໜູນ​ຫວຽດນາມ ​ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້ເຫັນ​​ການ​ພັດທະນາ​ຂອງ​ຫວຽດນາມ, ພິ​ເສດ​ໃນ​ຂົງ​ເຂດ​ເສດຖະກິດ.

 

 

ຂ່າວ/ບົດ​ອື່ນ