ຊີຣີປະຕິເສດຄຳກ່າວຫາຂອງອາເມລິກາ ກ່ຽວກັບການນຳໃຊ້ອາວຸດເຄມີ

(VOVWORLD) - ວັນທີ 03 ກຸມພາ, ກະຊວງການຕ່າງປະເທດຊີຣີ ໄດ້ປະຕິເສດຄຳກ່າວຫາຂອງອາເມລິກາ ໂດຍຖືວ່າ
ຊີຣີປະຕິເສດຄຳກ່າວຫາຂອງອາເມລິກາ ກ່ຽວກັບການນຳໃຊ້ອາວຸດເຄມີ - ảnh 1 (ພາບປະກອບ: Reuters)

ປະເທດຕາເວັນອອກກາງນີ້ ໄດ້ນຳໃຊ້ອາວຸດເຄມີບຸກໂຈມຕີເຂົ້າພາກພື້ນໂດຍກຳລັງລູກຮື້ຂຶ້ນຄວບຄຸມຢູ່ທາງທິດຕາເວັນອອກ Ghouta, ທາງທິດຕາເວັນອອກນະຄອນຫຼວງ Damascus, ຖືວ່າ, ຄຳກ່າວຫານັ້ນແມ່ນ “ບໍ່ມີຄວາມຈິງ” ບໍ່ມີຫຼັກຖານ.. ໃນຖະແຫຼງການ, ກະຊວງການຕ່າງປະເທດຊີຣີ ເນັ້ນໜັກວ່າ, ຄຳກ່າວຫາເຊິ່ງອາເມລິກາ ຍົກອອກມາໃນຈຸດເວລານີ້ ອາດຈະທຳລາຍບັນດາຄວາມມານະພະຍາຍາມແກ້ໄຂວິກິດການຊີຣີ ຜ່ານເສັ້ນທາງສັນຕິພາບ ຫາກບໍ່ຕ້ອງການມີການແຊກແຊງຂອງຕ່າງປະເທດ. ລັດຖະບານຊີຣີ ໄດ້ຢືນຢັນຄືນໃໝ່ທັດສະນະຕ້ານການນຳໃຊ້ອາວຸດເຄມີ ແລະ ປະເທດນີ້ໄດ້ມອບສົ່ງສາງອາວຸດເຄມີທັງໝົດໃຫ້ອົງການຫ້າມອາວຸດເຄມີ (OPCW) ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ