ທ່ານ Bashar Ja afari ເອກອັກຄະລັດຖະທູດຊີຣີ ປະຈຳ ສປຊ
(ພາບ: dantri.com.vn)
(vovworld) – ວັນທີ 2/9, ສຳນັກຂ່າວສານ SANA ໄດ້ສະເໜີໃຫ້ ສປຊ ສະກັດກັ້ນທຸກການກະທຳທີ່ກໍ່ຄວາມເຄັ່ງຕຶງຢູ່ປະເທດນີ້. ໃນຈົດໝາຍສະບັບໜຶ່ງທີ່ຝາກເຖິງທ່ານ Ban Ki moon ເລຂາທິການໃຫຍ່ ສປຊ ແລະ ປະທານສະພາຄວາມໝັ້ນຄົງ ສປຊ ທ່ານນາງ Maria Cristina Perceva. ທ່ານ Bashar Ja afari ເອກອັກຄະລັດຖະທູດຊີຣີ ປະຈຳ ສປຊ ໄດ້ຮຽກຮ້ອງຄືດັ່ງກ່າວ ແລະ ຊຸກຍູ້ບັນດາມາດຕະການການເມືອງໃຫ້ແກ່ວິກິດການຢູ່ປະເທດນີ້. ທ່ານກໍ່ໄດ້ຊຸກຍູ້ ສະພາຄວາມໝັ້ນຄົງ ສປຊ ຮັບປະກັນຄວາມປອດໄພ ເພື່ອແນໃສ່ສະກັດກັ້ນການນຳໃຊ້ກຳລັງອາວຸດຢ່າງໄຮ້ເຫດຜົນ, ບໍ່ຖືກຕ້ອງກັບກົດໝາຍສາກົນ. ໃນຈົດໝາຍສະບັບດັ່ງກ່າວ, ທ່ານ Bashar Ja afari ເອກອັກຄະລັດຖະທູດຊີຣີ ປະຈຳ ສປຊ ກໍ່ໄດ້ຢັ້ງຢືນວ່າ Damascus ບໍ່ນຳໃຊ້ອາວຸດເຄມີຢ່າງເດັດຂາດ, ພ້ອມທັງຖືວ່າ ວໍຊິງຕັນ ຄວນສວມບົດບາດເປັນນັກອຸປະຖຳເພື່ອສັນຕິພາບ ແລະ ແມ່ນຄູ່ຮ່ວມມືຂອງລັດເຊຍ ໃນການກະກຽມກອງປະຊຸມສາກົນກ່ຽວກັບຊີຣີ ຫາກບໍ່ແມ່ນປະເທດນຳໃຊ້ກຳລັງອາວຸດ ຕ້ານຄືນບັນດາປະເທດທີ່ຄັດຄ້ານນະໂຍບາຍຂອງອາເມລິກາ.